ຂ່າວສານ

ສື່ມວນຊົນ ກູບາ ຕັ້ງຄວາມຫວັງຫຼາຍຢ່າງກ່ຽວກັບການຢ້ຽມຢາມຂອງປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ

ວັນທີ 19 ເມສາ, ກູບາ ສະເຫຼີມສະຫຼອງໄຊຊະນະ Giron (ວັນທີ 19 ເມສາ 1961, ກຳລັງປະຕິວັດ ກູບາ ໄດ້ມ້າງທຳລາຍບັ້ນຮົບຂອງກຳລັງປະຕິການ ໂດຍອາເມລິກາ ໜູນຫຼັງ...
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ບັນດາຜູ້ແທນ ຢູ່ສະໜາມບິນ ໂນ້ຍບາຍ (ພາບ:TTXVN )

ຊຸມວັນມໍ່ໆມານີ້, ຫຼາຍອົງການສື່ມວນຊົນ ກູບາ ມີບົດຂຽນຂ່ຳນັບຮັບຕ້ອນການຢ້ຽມຢາມ ກູບາ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະບັນລຸຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນສາມັກຄີຖານອ້າຍນ້ອງ, ການຮ່ວມມືຮອບດ້ານ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນຕະຫຼອດໄລຍະກ່ວາ 60 ປີຜ່ານມາເລິກເຊິ່ງກ່ວາອີກ.

ບັນດາອົງການສື່ສານໃຫຍ່ຂອງ ກູບາ ຄື: ສຳນັກຂ່າວສານ ອາເມລິກາ ລາຕິນ Prensa Latina, ໜັງສືພິມລາຍວັນ Granma - ກະບອກສຽງຂອງພັກກອມມູນິດ ກູບາ, ສື່ເອເລັກໂຕນິກ Cubadebate - ເຊິ່ງມີຈຳນວນຜູ້ອ່ານຫຼາຍທີ່ສຸດຢູ່ເກາະ Caribe… ແລະ ຫຼາຍຫົວໜ່ວຍສື່ມວນຊົນອື່ນໆໄດ້ໃຫ້ຂ່າວ ແລະ ເນັ້ນໜັກວ່າ ການຢ້ຽມຢາມຖືກດຳເນີນໄປໃນໄລຍະເວລາສຳຄັນສຳລັບ ກູບາ: ວັນທີ 19 ເມສາ, ກູບາ ສະເຫຼີມສະຫຼອງໄຊຊະນະ Giron (ວັນທີ 19 ເມສາ 1961, ກຳລັງປະຕິວັດ ກູບາ ໄດ້ມ້າງທຳລາຍບັ້ນຮົບຂອງກຳລັງປະຕິການ ໂດຍອາເມລິກາ ໜູນຫຼັງ ເພື່ອແນໃສ່ໂຄ່ນລົ້ມອຳນາດການປົກຄອງການປະຕິວັດ ໂດຍ Fidel Castro ນຳພາ) ແລະ ກໍ່ແມ່ນວັນສະພາແຫ່ງຊາດອຳນາດການປົກຄອງ ປະຊາຊົນ (ANPP) ຊຸດທີ X ຈັດກອງປະຊຸມຄັ້ງປະຖົມມະເລີກພາຍຫຼັງການເລືອກຕັ້ງໃນວັນທີ 26 ມີນາ ຜ່ານມາ. ຄາດວ່າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີບົດປາໄສທາງການຢູ່ສະພາແຫ່ງຊາດ ກູບາ ທີ່ລາຮາວານ.

ບັນດາບົດຂຽນຢັ້ງຢືນວ່າ: ປະຊາຊົນ ກູບາ ຖືການຢ້ຽມຢາມຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຄືການຢ້ຽມຢາມຂອງຜູ້ເປັນອ້າຍນ້ອງ ແລະ ໄດ້ຮັບຄວາມເອົາໃຈໃສ່ພິເສດຂອງການນຳກໍ່ຄືປະຊາຊົນ ກູບາ.

 


top