ຂ່າວສານ

ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ​ໃຫ້ຫຼາຍ​ກ່​ວາ​ອີກ

ວັນທີ 12 ມັງກອນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສິງກະໂປ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Gan Kim Yong.
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ ແລະ ທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Gan Kim Yong (ພາບ: VGP)

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານ ລະຫວ່າງ ຫວຽດນາມ - ສິງກະໂປ ໃຫ້ຫຼາຍກ່ວາອີກ, ຜັນຂະຫຍາຍໂຄງການດຳເນີນງານກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ ສິງກະໂປ ໃນໄລຍະ 2025 – 2030 ໃຫ້ຫຼາຍກ່ວາອີກ, ຍູ້ແຮງການຮ່ວມມືເສດຖະກິດ, ການລົງທຶນ, ເປັນຕົ້ນໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.

ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງ  ໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີ Gan Kim Yong ຮັບຊາບກ່ຽວກັບເລື່ອງ ຫວຽດນາມ ຫາກໍ່ສ້າງຕັ້ງສູນການເງິນສາກົນ. ສິງກະໂປແມ່ນປະເທດມີບົດຮຽນປະສົບການໃນຂົງເຂດນີ້, ດັ່ງນັ້ນ ຫວຽດນາມ ມີຄວາມປາດຖະໜາຢາກ ຄົ້ນຄ້ວາ, ສຳຫຼວດບົດຮຽນປະສົບການພັດທະນາສູນການເງິນສາກົນຂອງສິງກະໂປເພື່ອຜັນຂະຫຍາຍສູນການເງິນສາກົນ ທີ່ຫາກໍ່ສາງຕັ້ງຢູ່ ຫວດຽນາມ.

ສ່ວນທ່ານຮອງນາຍົກລັດຖະມົນຕີ Gan Kim Yong ຢັ້ງຢືນສິງກະໂປພ້ອມແລ້ວທີ່ຈະໜູນຊ່ວຍ, ແບ່ງປັນບົດຮຽນປະສົບການເຄື່ອນໄຫວສູນການເງິນສາກົນ ກັບ ຫວຽດນາມ, ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືລະຫວ່າງສູນການເງິນສາກົນ ສິງກະໂປ ແລະ ສູນການເງິນສາກົນ ຫວຽດນາມເພືີ່ອໜູນຊ່ວຍເຊິ່ງກັນແລະກັນ, ປະກອບສ່ວນໃຫ້ແກ່ການພັດທະນາລວມຂອງອາຊຽນ.


top