ຂ່າວສານ

ສືບ​ຕໍ່​ຫັນ​ກຳ​ລັງ​ເຕັກ​ນິກວິ​ຊາ​ຊີບ​ເປັນ​​ທັນ​ສະ​ໄໝ ຕອບ​ສະ​ໜອງ​ໜ້າ​ທີ່ວຽກ​ງານ​ໃນ​ສະ​ໄໝ​ໃໝ່

ໂດຍ​ຊີ້​ແຈ້ງ​ເຖິງ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ພວມ​ມີ​ການ​ຜັນ​ແປ​​ຢ່າງວ​່ອງ​ໄວ​ທີ່​ສຸດ, ມີຫຼາຍ​ກາ​ລະ​ໂອ​ກາດ​ແຕ່​ມີ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ, ຮຽກ​ຮ້ອງ​ຕ້ອງ​ການ​ວຽກ​ງານ​ປ້ອງກັນ​ຄວາມສະ​ຫງົບ​ແຫ່ງ​ຊາດ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ​ການ​ເຮັດ​ວຽກ (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ (12/7/1946 - 12/7/2026), 72 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ເຕັກ​ນິກວິ​ຊາ​ຊີບ (01/7/1954 - 01/7/2026), ຕອນ​ເຊົ້າ​ວັນ​ທີ 6 ກໍ​ລະ​ກົດ ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ລົງ​ຢ້ຽມ​ຢາມ ແລະ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ສູນ​ເຕັກ​ນິກວິ​ຊາ​ຊີບ, ກະ​ຊວງ​ຕຳຫຼວດ.

ໂດຍ​ຊີ້​ແຈ້ງ​ເຖິງ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ພວມ​ມີ​ການ​ຜັນ​ແປ​​ຢ່າງວ​່ອງ​ໄວ​ທີ່​ສຸດ, ມີຫຼາຍ​ກາ​ລະ​ໂອ​ກາດ​ແຕ່​ມີ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ, ຮຽກ​ຮ້ອງ​ຕ້ອງ​ການ​ວຽກ​ງານ​ປ້ອງກັນ​ຄວາມສະ​ຫງົບ​ແຫ່ງ​ຊາດ, ໃນ​ນັ້ນ​ວຽກ​ງານ​ດ້ານ​ເຕັກ​ນິກວິ​ຊາ​ຊີບ​ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່ຢ່າງ​ແຮງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

ຕ້ອງ​ສຸມ​ໃສ່​ກໍ່​ສ້າງ​ກຳ​ລັງ​ເຕັກ​ນິກວິ​ຊາ​ຊີບ​​ໃຫ້​ມີລະ​ບຽບ​ວິ​ໄນດີ​ທີ່​ສຸດ, ຈົ່ງ​ຮັກ​ພັກ​ດີ​, ໃກ້​ຊິດ​ກັບປະ​ຊາ​ຊົນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ. ໜ້າ​ທີ່​ເຕັກ​ນິກວິ​ຊາ​ຊີບ​ໃນ​ໄລ​ຍະ​ໃໝ່​ຮຽກ​ຮ້ອງ​ຕ້ອງ​ເປັນ​ເຈົ້າ​ການ​ຍຸດ​ທະ​ສາດ, ເປັ​ນ​ເຈົ້າ​ເຕັກ​ໂນ​ໂລ​ຢີ, ເປັນ​ເຈົ້າ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ເປັນ​ເຈົ້າ​ຄວາມ​ສາ​ມາດ​ສູ້​ຮ​ົບ. ຢາກ​ຄື​ແນວ​ນີ້, ປັດ​ໄຈ​ສຸດ​ທ້າຍ​ຕ້ອງ​ແມ່ນ​ມະ​ນຸດ, ປັດ​ໄຈ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ບົດບາດ​ຕັດ​ສິນ.


top