ຂ່າວສານ

ສືບ​ຕໍ່​ປ່ຽ​ນ​ແປງ​ໃໝ່ທາງ​ດ້ານ​ເນື້ອ​ໃນ, ແບບວິ​ທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ

ປີ 2022, ແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ທາງດ້ານເນື້ອໃນ, ແບບວິທີການເຄື່ອນໄຫວ, ຕອບສະໜອງຄວາມຮຽກຮ້ອງຕ້ອງກາໜ, ໜ້າທີ່ໃນໄລຍະປະຕິວັດໃໝ່. ຕາມນັ້ນແລ້ວ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສຸມໃສ່ຊີ້ນຳ, ນຳພາປະຕິບັດບັນດາໜ້າທີ່ຫຼັກ.

ຕອນເຊົ້າວັນທີ 27 ທັນວາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຕັ້ງກອງປະຊຸມຄະນະປະທານຄັ້ງທີ 11 (ສະໄໝທີ IX) ຕາມຮູບການທາງໄກ ຈາກສະຖານທີ່ຖ່າຍທອດສົດ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກັບ 11 ສະຖານທີ່ເຊື່ອມຕໍ່ ຢູ່ບັນດາແຂວງ, ນະຄອນ ທີ່ມີກຳມະການຄະນະປະທານຢູ່ອາໄສ.

ປີ 2021, ການເຄື່ອນໄຫວຂອງວຽກງານແນວໂຮມໄດ້ສ້າງບັນດາຂີດໝາຍທີ່ພົ້ນເດັ່ນຄື: ເຂົ້າຮ່ວມຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແລະ ຜັນຂະຫຍາຍ ໂຄງການດຳເນີນງານຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກປະຕິບັດມະຕິກອງປະຊຸມໃຫຍ່, ເຂົ້າຮ່ວມຈັດຕັ້ງສຳເລັດການເລືອກຕັ້ງສະມາຊິກສະພາແຫງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ຕັ້ງໜ້າເຂົ້າຮ່ວມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19…

ປີ 2022, ແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ທາງດ້ານເນື້ອໃນ, ແບບວິທີການເຄື່ອນໄຫວ, ຕອບສະໜອງຄວາມຮຽກຮ້ອງຕ້ອງກາໜ, ໜ້າທີ່ໃນໄລຍະປະຕິວັດໃໝ່. ຕາມນັ້ນແລ້ວ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສຸມໃສ່ຊີ້ນຳ, ນຳພາປະຕິບັດບັນດາໜ້າທີ່ຫຼັກ.

(ແຫຼ່ງຄັດຈາກ VOV)


top