ຂ່າວສານ

ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ເສີມ​ຂະ​ຫຍາຍ​ປະ​ຊ​າ​ທິ​ປະ​ໄຕ, ພູມ​ປັນ​ຍາ​ໃນ​ວິ​ວັດ​ການ​ການ​ປຶກ​ສາ​ຫາ​ລື, ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ

ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 3 ຕຸລາ ແລະ ດຳເນີນພາຍໃນ 9 ວັນ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານ, ແຜນຮ່າງທີ່ກ່ຽວຂ້ອງເຖິງບາງບັນຫາໃຫຍ່, ບັນຫາພື້ນຖານ ແລະ ສຳຄັນຂອງປະເທດຊາດ.

ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 3 ຕຸລາ ແລະ ດຳເນີນພາຍໃນ 9 ວັນ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານ, ແຜນຮ່າງທີ່ກ່ຽວຂ້ອງເຖິງບາງບັນຫາໃຫຍ່, ບັນຫາພື້ນຖານ ແລະ ສຳຄັນຂອງປະເທດຊາດ.

    

ວາລະໄຂກອງປະຊຸມ 

ທີ່ວາລະໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຈາະຈີ້ມ 5 ບັນຫາເພື່ອໃຫ້ສູນກາງປຶກສາຫາລື, ປະກອບຄຳເຫັນ, ໃນນັ້ນ ພິເສດແມ່ນພິຈາລະລາສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ປີ 2022; ແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2023.

        ໂດຍໄຈ້ແຍກກ່ຽວກັບການຜັນແປທີ່ໄວວາ, ສັບສົນ, ຍາກທີ່ຈະເດົາໄດ້ຂອງສະພາບການໂລກ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການຜັນຂະຫຍາຍປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດຂອງ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີກອງປະຊຸມຊີ້ແຈ້ງໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ຕ້ອງແກ້ໄຂ, ຄາດຄະເນຄວາມສາມາດໃນໄລຍະພາຍພາກໜ້າ, ກ່ອນອື່ນໝົດ ແມ່ນນັບແຕ່ນີ້ຮອດທ້າຍປີ 2022 ແລະ ປີ 2023, ດ້ວຍຈິດໃຈທ່ຽງທຳ, ພາວະວິໄສ, ມີວິທະຍາສາດ, ຮອບດ້ານທີ່ສຸດ. ທ່ານກ່າວວ່າ:

       “ໃນໄລຍະຈະມາເຖິງ, ພວກເຮົາຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງທີ່ໃຫຍ່ຫຼວງກວ່າເມື່ອທຽບໃສ່ກາລະໂອກາດ, ຄວາມສະດວກສຳລັບການພັດທະນາ. ໃນຂົງເຂດເງິນຕາ, ລາຄາ, ການຄ້າ ແລະ ການລົງທຶນໄດ້ສ້າງກຳລັງດັນຢ່າງໃຫຍ່ຫຼວງຕໍ່ພື້ນຖານເສດຖະກິດຂອງປະເທດຊາດ, ນັບທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ. ພວກເຮົາຕ້ອງສືບຕໍ່ຮັບມືກັບຜົນກະທົບທີ່ຫຍໍ້ທໍ້ຈາກພາຍນອກ, ທັງຕ້ອງຍູ້ໄວຄວາມຄືບໜ້າໃນການແກ້ໄຂຂໍ້ຈຳກັດ, ຈຸດອ່ອນດ້ອຍ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍຈາກສະພາບການຕົວຈິງຂອງພື້ນຖານເສດຖະກິດ. ຄວາມກົດດັນຈາກບັນຫາເງິນເຟີ້, ດອກເບ້ຍ, ຄ່າແລກປ່ຽນເງິນຕາຕ່າງປະເທດ ແລະ ຄວາມສ່ຽງຊຸດໂຊມຂອງພື້ນຖານເສດຖະກິດໂລກ ຍັງຄົງແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງທີ່ສຸດສຳລັບໜ້າທີ່ສ້າງເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດຂອງປະເທດຊາດ.”

  ກ່ຽວກັບການກຳນົດທິດວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030, ວິໄສທັດຮອດປີ 2050, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        “ນີ້ແມ່ນໜ້າທີ່ ທີ່ພວກເຮົາປະຕິບັດເປັນຄັ້ງທຳອິດ, ແມ່ນໜ້າທີ່ໃໝ່ ແລະ ຍາກຫຼາຍ, ຍັງບໍ່ທັນມີປະສົບການ, ແຕ່ພັດແມ່ນບັນຫາສຳຄັນ ແລະ ຮີບດ່ວນທີ່ສຸດ ເຊິ່ງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆໃນທົ່ວປະເທດພວມລໍຄອຍທີ່ສຸດ. ເພາະສະນັ້ນ, ຂ້າພະເຈົ້າສະເໜີໃຫ້ຕ້ອງສຸມໃສ່ຄົ້ນຄວ້າເອກະສານຢ່າງລະອຽດລະອໍ, ປຶກສາຫາລືບັນດາບັນຫາ ເຊິ່ງ ຄະນະຮັບຜິດຊອບວຽກງານພັກຂອງລັດຖະບານໄດ້ສະເໜີມາ, ສ້າງຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ຮ່າງບົດສະຫຼຸບຂອງສູນກາງພັກກ່ຽວກັບການກຳນົດທິດວາງແຜນຜັງສັງລວມແຫ່ງຊາດ ໄລຍະ 2021  2030, ປະກອບສ່ວນເຂົ້າໃນວຽກງານຊີ້ນຳ, ນຳພາ; ໃນການສ້າງ, ປະກາດໃຊ້ ແລະ ຈັດຕັ້ງປະຕິບັດແຜນຜັງສັງລວມແຫ່ງຊາດໄລຍະ 2021  2030, ວິໄສທັດຮອດປີ 2050 ເວົ້າສະເພາະ ແລະ ບັນດາແຜນຜັງພັດທະນາຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນທົ່ວປະເທດເວົ້າລວມ ໃຫ້ເປັນຢ່າງດີທີ່ສຸດ”.

        ກ່ຽວຂ້ອງເຖິງການປະກອບຄຳເຫັນໃສ່ແຜນຮ່າງສືບຕໍ່ຍູ້ແຮງການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ, ໃນໄລຍະເວລາ 35 ປີ ແຫ່ງການປ່ຽນແປງໃໝ່, ໂດຍສະເພາະແມ່ນໄລຍະ 10 ປີ ມານີ້, ເຖິງວ່າວິວັດທະນາການແຫ່ງການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການຊຸກຍູ້ການເຕີບໂຕເສດຖະກິດ ຫວຽດນາມ ຢູ່ໃນລະດັບສູງ, ເຊິ່ງສະເລ່ຍແມ່ນ 6,17% ຕໍ່ປີ, ແຕ່ວ່າ, ຫວຽດນາມ ຍັງບໍ່ທັນປະຕິບັດໄດ້ເປົ້າໝາຍກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໃນປີ 2020. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ຫງວຽນຝູຈ້ອງ ສະເໜີວ່າ, ໂດຍເລີ່ມມາຈາກສະພາບການຕົວຈິງ, ການປຶກສາຫາລື, ຕ້ອງຕີລາຄາຢ່າງພາວະວິໄສ, ມີວິທະຍາສາດກ່ຽວກັບການສ້າງ, ປະກາດໃຊ້ ແລະ ຈັດຕັ້ງປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການຍູ້ແຮງການຫັນເປັນປະເທດອຸດສາຫະກຳຕາມທິດທັນສະໄໝໃນໄລຍະຜ່ານມາ, ເຮັດໃຫ້ຈະແຈ້ງ, ສ້າງຄວາມເຫັນດີເປັນເອກະພາບຢ່າງສູງຕໍ່ທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍ ແລະ ບັນດາໜ້າທີ່, ມາດຕະການໃຫຍ່ ກໍຕ້ອງໄດ້ຮັບການຜັນຂະຫຍາຍປະຕິບັດເພື່ອສືບຕໍ່ຍູ້ແຮງພາລະກິດຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ປະຕິບັດບັນດາເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ວາງອອກຮອດປີ 2030, ວິໄສທັດຮອດປີ 2045.

        ກ່ຽວກັບເນື້ອໃຈສືບຕໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃນໄລຍະໃໝ່ໃຫ້ສົມບູນແບບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີຕື່ມອີກວ່າ:

“ນີ້ແມ່ນບັນຫາພື້ນຖານທີ່ສຸດ, ກວ້າງໃຫຍ່, ສັບສົນ, ລະອຽດອອ່ນ ແລະ ສຳຄັນທີ່ສຸດ ເຊິ່ງກ່ຽວຂ້ອງເຖິງການຄົງຕົວຂອງລະບອບ, ການພັດທະນາໄວ ແລະ ຍືນຍົງຂອງປະເທດຊາດ. ສະນັ້ນ, ສະເໜີໃຫ້ກອງປະຊຸມ ຈົ່ງຄົ້ນຄວ້າຢ່າງລະອຽດລະອໍ, ສຸມໃສ່ປຶກສາຫາລື, ເຮັດແຈ້ງ, ເປົ້າໝາຍ, ບັນດາໜ້າທີ່ ແລະ ມາດຕະການໃຫຍ່ຕ້ອງໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດ ເພື່ອສ້າງການຜັນປ່ຽນຢ່າງແຮງກ້າກວ່າອີກໃນການສ້າງ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ, ເອົາໃຈໃສ່ເຖິງການສ້າງລະບົບກົດໝາຍໃຫ້ຄົບຊຸດ, ສົມບູນແບບ; ເຄື່ອນໄຫວຢ່າງລຸລ່ວງ, ເອກະພາບກົງຈັກລັດ ແລະ ບັນດາຂົງເຂດຂອງຊີວິດສັງຄົມ; ເພີ່ມທະວີການຄວບຄຸມສິດອຳນາດ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປະຕິຮູບຍຸຕິທຳ; ສ້າງຖັນແຖວພະນັກງານ, ລັດຖະກອນ, ພາລະກອນໃຫ້ກະທັດລັດ ແລະ ຊື່ກົງບໍລິສຸດ”.

        ວາລະສຸດທ້າຍ ມີບາງເນື້ອໃນສຳຄັນຂອງວຽກງານກໍ່ສ້າງພັກ ແລະ ລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງຮອບດ້ານ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ວາງອອກ ເຊິ່ງສູນກາງພັກຈະນຳມາປຶກສາຫາລື, ປະກອບຄຳເຫັນໃນກອງປະຊຸມຄັ້ງນີ້ນັ້ນແມ່ນ ວຽກງານສະຫຼຸດ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ X ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ວິທີການນຳພາຂອງພັກສຳລັບການເຄື່ອນໄຫວຂອງລະບົບການເມືອງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ກອງປະຊຸມ ຈົ່ງສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ສ້າງຄວາມເອກະພາບຢ່າງສູງກ່ຽວກັບການຕີລາຄາສະພາບການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 5 ຊຸດທີ X ແລະ ບັນດາທັດສະນະ, ເປົ້າໝາຍ ແລະ ໜ້າທີ່, ມາດຕະການຫຼັກແຫຼ່ງທີ່ໄດ້ວາງອອກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດໃນໄລຍະໃໝ່./.

(ແຫຼ່ງຄັດຈາກ VOV)


top