ຂ່າວສານ

ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ

ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການສືບຕໍ່ປັບປຸງຄວາມໄວເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ, ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດ.
ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ (ພາບ: VOV)
ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ ເນື່ອງໃນໂອກາດ ສິ້ນສຸດອາຍຸການປະຕິບັດໜ້າທີ່ຢູ່ ຫວຽດນາມ, ທ່ານ ປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການສືບຕໍ່ປັບປຸງຄວາມໄວເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ, ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດ. ພ້ອມທັງ, ສະເໜີ້ສອງຝ່າຍສົມທົບກັນໂຄສະນາຄວາມໝັ້ນປະຫວັດສາດການພົວພັນ ຫວຽດນາມ - ກຳປູເຈຍໃຫ້ແກ່ໄວໜຸ່ມຢ່າງເລິກເຊິ່ງກວ້າງຂວາງ. ສ່ວນທ່ານນາງ Chea Kimtha ເອກອັກຄະລັດຖະທູດ ກຳປູເຈຍ ຢັ້ງຢືນນ້ຳໃຈມິດຕະພາບລະຫວ່າງ ສອງປະເທດ ແມ່ນຊັບສົມບັດອັນລ້ຳຄ່າໂດຍການນຳລຸ້ນກອ່ນ ແລະ ປະຊາຊົນສອງປະເທດ ໄດ້ອອກເຮືອເທແຮງເພີ່ມພູມຄູນສ້າງ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການຊຸກຍູ້ການໂອ້ລົມສົນທະນາ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ.

top