ຂ່າວສານ

ສືບ​ຕໍ່​ປັບ​ປຸງ, ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຂອງ​ຂະ​ແໜງ​ຍຸ​ຕິ​ທຳ ສອງ​ປະ​ເທດ ຫວຽດ​ນາມ - ລາວ ຢ່າງ​ຮອບ​ດ້ານ

ພິທີສະເຫຼີມສະຫຼອງ 40 ປີແຫ່ງການຮ່ວມມືລະຫວ່າງກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວໄດ້ຈັດຕັ້ງໃນຕອນເຊົ້າວັນທີ 24 ສິງຫາ, ຢູ່ແຂວງເງະອານ.

ພິທີສະເຫຼີມສະຫຼອງ 40 ປີແຫ່ງການຮ່ວມມືລະຫວ່າງກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວໄດ້ຈັດຕັ້ງໃນຕອນເຊົ້າວັນທີ 24 ສິງຫາ, ຢູ່ແຂວງເງະອານ.

    

ທ່ານ ເລແທັງລອງ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ກ່າວຄຳເຫັນທີ່ພິທີ

ທີ່ພິທີສະເຫຼີມສະຫຼອງ, ທ່ານ ເລແທັງລອງ ລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເນັ້ນໜັກວ່າ ກະຊວງຍຸຕິທຳ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍກະຊວງຍຸຕິທຳ ລາວ ຈົນສຸດຄວາມສາມາດຂອງຕົນ, ຜ່ານນັ້ນປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳ.

        ສ່ວນທ່ານລັດຖະມົນຕີກະຊວງຍຸຕິທຳລາວ ໄພວີ ສີບົວລິພາ ໄດ້ສະແດງຄວາມຂອບອົກຂອບໃຕຕໍ່ການປະກອບສ່ວນ, ການຊ່ວຍເຫຼືອຂອງຂະແໜງຍຸຕິທຳ ຫວຽດນາມ ຕໍ່ຂະແໜງຍຸຕິທຳລາວ, ພ້ອມທັງເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ ຂະແໜງຍຸຕິທຳສອງປະເທດ ຈະສະໜິດຕິດພັນຫຼາຍກ່ວາ, ມີການຮ່ວມມືພັດທະນາຢ່າງແຮງກ່ວາອີກ.

        ໃນໂອກາດນີ້, ສອງຝ່າຍກໍ່ໄດ້ມອບບັນດາຮູບການຍ້ອງຂັ້ນລັດປະດັບຫຼຽນທີ່ລະນຶກ “ເພື່ອພາລະກິດຍຸຕິທຳ ຫວຽດນາມ”, ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ແລະ ລັດຖະມົນຕີກະຊວງຍຸຕິທຳ ລາວ ໃຫ້ແກ່ສ່ວນບຸກຄົນ, ອົງການຈັດຕັ້ງທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືລະຫວາງສອງຂະແໜງ ຫວຽດນາມ - ລາວ.

(ແຫຼ່ງຄັດຈາກ VOV)


top