ປະທານສະພາແຫ່ງຊາດສອງປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ປະສານງານຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ເອກະສານຮ່ວມມືສອງຝ່າຍ ແລະ ຍຸດທະສາດຮ່ວມມື ຫວຽດນາມ ລາວ ໄລຍະ 2021 -2030.
ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VNA)
ຕອນເຊົ້າວັນທີ 3 ພະຈິກ, ພິທີຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ແລະພັນລະຍາ. ທີ່ການພົບປະເຈລະຈາ ພາຍຫຼັງພິທີຕ້ອນຮັບ, ປະທານສະພາແຫ່ງຊາດສອງປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ເອກະສານຮ່ວມມືສອງຝ່າຍ ແລະ ຍຸດທະສາດຮ່ວມມື ຫວຽດນາມ ລາວ ໄລຍະ 2021 -2030ຢ່າງມີປະສິດທິຜົນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ຍູ້ແຮງການໂຄສະນາ, ການສຶກສາ ກ່ຽວກັບມູນເຊື້ອຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນສຳລັບລຸ້ນໜຸ່ມສອງປະເທດ.
ປະທານສະພາແຫ່ງຊາດສອງປະເທດເຫັນດີເປັນເອກະພາບສືບຕໍ່ຍູ້ແຮງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ເພີ່ມທະວີການແລກປ່ຽນບົດຮຽນປະສົບການໃນການສ້າງສຳເລັດລະບົບກົດໝາຍ, ການຈັດຕັ້ງກົງຈັກລັດ, ການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນ, ວຽກງານຕິດຕາມກວດກາການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ບັນດາໂຄງການ, ກິດຈະກຳຈຸດສຸມລະຫວ່າງສອງປະເທດ; ຍູ້ແຮງການຮ່ວມມືໃນການຫັນເປັນດີຈີຕອນ, ສ້າງສະພາແຫ່ງຊາດເອເລັກໂຕນິກ, ໝູນໃຊ້ເຕັກໂນໂລຢີໃໝ່ໃນການເຄືິ່ອນໄຫວລັດຖະສະພາ.