ຂ່າວສານ

ສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງຫວຽດນາມ - ກູຍບາ

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບທິດທາງ, ມາດຕະການສືບຕໍ່ເພີ່ມທະວີນຳການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ການໂອ້ລົມທາງໂທລະສັບ. (ພາບກະຊວງການຕ່າງປະເທດ)

ຕອນຄ່ຳວັນທີ 23 ສິງຫາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູຍບາ Miguel Diaz-Canel. ຢູ່ທີ່ນີ້, ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບທິດທາງ, ມາດຕະການສືບຕໍ່ເພີ່ມທະວີນຳການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ; ເຫັນດີຮັກສາການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫລາຍຝ່າຍ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ການນຳຂັ້ນສູງ 2 ປະເທດສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມື, ບັນດາໂຄງການພັດທະນາການຜະລິດສະບຽງອາຫານຢູ່ ກູຍບາ, ຮັກສາການພັດທະນາການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່່າງ 2 ປະເທດ. ທ່ານປະທານປະເທດຢືນຢັນວ່າ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ - ກູຍບາ ກ່ຽວກັບວັກຊິນກັນໂຄວິດ-19 ຈະເປັນການສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດໃນສະພາບການປະຈຸບັນ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນບັນດາມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ຮຽກຮ້ອງຢຸດຕິການປິດລ້ອມຂວ້ຳບາດຕ້ານ ກຸຍບາ.

ສ່ວນທ່ານປະທານກູຍບາ Miguel Diaz-Canel ຢືນຢັນເລື່ອງຖືເປັນສຳຄັນການຮ່ວມມືດ້ານວັກຊິນກັບ ຫວຽດນາມ, ມານະພະຍານຍາມແຕ່ນີ້ຮອດທ້າຍປີ 2021 ສະໜອງປະລິມານວັກຊິນ Abdala ກັນໂຄວິດ-19 ຂອງກູຍບາ ຈຳນວນຫຼາຍ ແລະ ພ້ອມແລ້ວທີ່ຈະຈັດສົ່ງນັກຊ່ຽວຊານມາເພື່ອຖ່າຍທອດເຕັກໂນໂລຊີຜະລິດວັກຊິນໃຫ້ແກ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top