ຂ່າວສານ

ສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ກຸຍບາ

ນາຍົກລັດຖະມົນຕີ 2 ທ່ານໄດ້ແບ່ງປັນບົດຮຽນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ແຕ່ລະປະເທດ ແລະ ຄວາມສາມາດຮ່ວມມືໃນຂົງເຂດສະໜອງ ແລະ ຜະລິດວັກຊິນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ທີ່ການໂອ້ລົມທາງໂທລະສັບ. (ພາບ: VGP)

ຕອນຄ່ຳວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີສາທາລະນະລັດກຸຍບາ Manuel Marrero Cruz ເພື່ອແລກປ່ຽນກ່ຽວກັບທິດທາງ, ມາດຕະການສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ, ການຮ່ວມມືຮອບດ້ານ ແລະ ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ພັກ, ລັດຖະບານ ແລະ ປະຊາຊົນ 2 ປະເທດ.

        ນາຍົກລັດຖະມົນຕີ 2 ທ່ານໄດ້ແບ່ງປັນບົດຮຽນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ແຕ່ລະປະເທດ ແລະ ຄວາມສາມາດຮ່ວມມືໃນຂົງເຂດສະໜອງ ແລະ ຜະລິດວັກຊິນ; ເຫັນດີເອົາໃຈໃສ່ການຊີ້ນຳຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດ ຮີບເຮັ່ງແລກປ່ຽນຂໍ້ມູນຂ່າວສານ, ສົມທົບບັນດາບາດກ້າວທີ່ຈຳເປັນເພື່ອບັນລຸໄດ້ການສະໜອງ ແລະ ຖ່າຍທອດເຕັກໂນໂລຊີຜະລິດວັກຊິນກັນໂຄວິດ-19 ຂອງ ກຸຍບາ ໃຫ້ແກ່ ຫວຽດນາມ. ການນຳ 2 ທ່ານໄດ້ສະແດງຄວາມເຊື່ອໝັ້ນວ່າ, ການພົວພັນອັນສະໜິດແໜ້ນຖານອ້າຍນ້ອງລະຫວ່າງ 2 ປະເທດ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ສະແດງໃຫ້ເຫັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນບັນດາມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ທີ່ຮຽກຮ້ອງຢຸດຕິນະໂຍບາຍຂວ້ຳບາດຕ້ານ ກຸຍບາ ຢ່າງແຮງ.

(ແຫຼ່ງຄັດຈາກ VOV)


top