ຂ່າວສານ

ສືບຕໍ່ຮັບປະກັນໃຫ້ບັນລຸບັນດາຄາດໝາຍເສດຖະກິດ - ສັງຄົມທີ່ໄດ້ວາງອອກເປັນຢ່າງດີ

      ຕອນເຊົ້າວັນທີ 02 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຕີລາຄາກ່ຽວກັບສະພາບການເສດຖະກິດ - ສັງຄົມ ເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2020. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ໂລກລະບາດໂຄວິດ - 19 ພວມເກີດຂຶ້ນຄືນໃໝ່ຢູ່ຫວຽດນາມຢ່າງສັບສົນ ແລະ ໜັກໜ່ວງກວ່າເກົ່າ, ດັ່ງນັ້ນຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສືບຕໍ່ຮັບປະກັນໃຫ້ບັນລຸບັນດາຄາດໝາຍເສດຖະກິດ-ສັງຄົມທີ່ໄດ້ວາງອອກໃຫ້ເປັນຢ່າງດີທີ່ສຸດ ເພື່ອຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນັ້ນ, ແມ່ນຮັບປະກັນດັດຊະນີລາຄາໃຊ້ສອຍບໍ່ເກີນ 4%. ສືບຕໍ່ປະຕິບັດບັນດາມາດຕະການຊ່ວຍໜູນສັງຄົມ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ດ້ວຍບັນດາສັນຍາການຄ້າເສລີນັ້ນ, ຄວນຍູ້ແຮງການເຄື່ອນໄຫວສົ່ງອອກ, ເປີດກວ້າງຕະຫຼາດ, ພ້ອມທັງຊ່ວຍເຫຼືອວິສາຫະກິດຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອສົ່ງອອກຢ່າງສະດວກ. ພ້ອມກັນນັ້ນ, ກໍຕ້ອງຊຸກຍູ້ຕະຫຼາດຢູ່ພາຍໃນປະເທດ.
 (ແຫຼ່ງຄັດຈາກ VOV)


top