ຂ່າວສານ

ສືບຕໍ່ຢັ້ງຢືນພາບພົດ ແລະ ບົດບາດຂອງຫວຽດນາມ ໃນອາຊຽນ

      ບັນດາບັນຫາພວມໄດ້ວາງອອກໃຫ້ແກ່ອາຊຽນ ຄືການຮ່ວມມືເພື່ອຕ້ານ ແລະ ຄວບຄຸມໂລກລະບາດ, ຊຸກຍູ້ການຟື້ນຟູແບບຍືນຍົງ, ພັດທະນາເສດຖະກິດສັງຄົມໃນເງື່ອນໄຂປົກກະຕິໃໝ່ ແມ່ນເນື້ອໃນຕົ້ນຕໍຂອງໂຄງການດຳເນີນງານ.
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38
(ພາບ: TTXVN)
      ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38-39 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍທາງການ ທີ່ມີຂອບຂະໜາດໃຫຍ່ໃຫຍ່ທີ່ສຸດໃນປີ 2021 ຫາກໍ່ໄດ້ອັດລົງ. ໝາກຜົນຂອງບັນດາກອງປະຊຸມຄັ້ງນີ້ ໄດ້ຢືນຢັນຄວາມເຫັນດີເຫັນພ້ອມຂອງອາຊຽນ ໃນການແກ້ໄຂບັນດາສິ່ງທ້າທາຍພາຍໃນກຸ່ມ, ສືບຕໍ່ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ ໃນບັນດາກົນໄກຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ. ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ  ຟ້າມມິນຈິງ ໄດ້ປະກອບສ່ວນເຂົ້າໃນໝາກຜົນທີ່ແທດຈິງຂອງກອງປະຊຸມ ແລະ ຢັ້ງຢືນພາບພົດ ແລະ ບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ໃນໂລກ.
      ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38-39 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຂຶ້ນໃນສະພາບການທີ່ອາຊຽນ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຢູ່ບັນດາປະເທດອາຊຽນ, ໂລກລະບາດໂຄວິດ 19 ພວມຜັນແປຢ່າງສັບສົນ, ສະພາບການຂອງບັນດາປະເທດສະມາຊິກ ຂາດສະຖຽນລະພາບ. ຢູ່ນອກພາກພື້ນ, ການແກ່ງແຍ້ງລະຫວ່າງບັນດາປະເທດໃຫ່ຍ ໄດ້ເກີດຂຶ້ນຢ່າງເລິກເຊິ່ງກ້ວາງຂວາງ, ສັບສົນ ແລະ ກໍ່ຜົນສະທ້ອນໂດຍກົງຕໍ່ບົດບາດ, ພາບພົດ ແລະ ບັນດາການເຄື່ອນໄຫວຂອງອາຊຽນ. ເລື່ອງອາຊຽນ ຈັດກອງປະຊຸມຄັ້ງນີ້ ໂດຍມີການເຂົ້າຮ່ວມຂອງການນຳທຸກປະເທດຄູ່ຮ່ວມມື ແມ່ນຄຳຕອບຂອງອາຊຽນ ສຳລັບບັນດາສິ່ງທ້າທາຍເຫຼົ່ານັ້ນ. ກໍ່ແມ່ນຄຳຢັ້ງຢືນດ້ານຈິດໃຈ ແລະ ຄຸນຄ່າຂອງອາຊຽນ, ຖືການເຈລະຈາ ແລະ ການຮ່ວມມື ເປັນເຄື່ອງມືມຸ່ງໄປເຖິງສັນຕິພາບ ແລະ ສະຖຽນລະພາບ.
      ຍູ້ແຮງການຮ່ວມມືພາຍໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງ
      ບັນດາບັນຫາພວມໄດ້ວາງອອກໃຫ້ແກ່ອາຊຽນ ຄືການຮ່ວມມືເພື່ອຕ້ານ ແລະ ຄວບຄຸມໂລກລະບາດ, ຊຸກຍູ້ການຟື້ນຟູແບບຍືນຍົງ, ພັດທະນາເສດຖະກິດສັງຄົມໃນເງື່ອນໄຂປົກກະຕິໃໝ່ ແມ່ນເນື້ອໃນຕົ້ນຕໍຂອງໂຄງການດຳເນີນງານ. ພ້ອມກັນນັ້ນ ແມ່ນບັນດາບັນຫາສາກົນ ແລະ ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ, ແມ່ນບັນດາເນື້ອໃນທີ່ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືມີຄວາມສົນໃຈທີ່ສຸດ, ປຶກສາຫາລືຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ.
      ກອງປະຊຸມບັນລຸໄດ້ບັນດາໝາກຜົນທີ່ພົ້ນເດັ່ນ. ນັ້ນແມ່ນ ອາຊຽນ ສາມັກຄີ, ເຫັນດີເປັນເອກະພາບ ມຸ່ງໄປເຖິງການສ້າງປະຊາຄົມ. ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບໃນພາກພື້ນ, ສືບຕໍ່ແມ່ນເປົ້າໝາຍລວມຂອງອາຊຽນ ເວົ້າລວມ ແລະ ແຕ່ລະປະເທດສະມາຊິກເວົ້າສະເພາະ.
ພິເສດ, ບັນດາເນື້ອໃນມີຜົນສະທ້ອນຕໍ່ສັນຕິພາບ, ສະຖຽນລະພາບ, ການພັດທະນາໃນພາກພື້ນຄື: ບັນຫາທະເລຕາເວັນອອກ, ມຽນມາ, ສປປ.ເກົາຫຼີ, ການຮັດແຄບຊ່ອງຫວ່າງການພັດທະນາ ສືບຕໍ່ໄດ້ເຕື້ອງເຖິງຢ່າງເລິກເຊິ່ງ ທີ່ກອງປະຊຸມຄັ້ງຕ່າງໆ. ທຸກປະເທດລ້ວນແຕ່ໄດ້ຕີລາຄາບົດບາດໃຈກາງຂອງອາຊຽນ, ພ້ອມແລ້ວທີ່ຈະແບ່ງປັນກ່ຽວກັບບັນດາບາດກ້າວເດີນຂອງປະເທດຕົນ ກັບພາກພື້ນຢ່າງໂປ່ງໃສ ແລະ ຢັ້ງຢືນສັນຕິພາບ, ສະຖຽນລະພາບ ແມ່ນເປົ້າໝາຍລວມ, ເຄົາລົບກົດໝາຍ, ເຈລະຈາຢ່າງກົງໄປກົງມາ, ຮ່ວມມືຢ່າງມີປະສິດທິຜົນ ແມ່ນບັນດາເຄື່ອງມືຕົ້ນຕໍ ເພື່ອບັນລຸໄດ້ເປົ້າໝາຍນີ້.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມພິທີອັດກອງປະຊຸມ
(ພາບ: TTXVN)
      ການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ
      ບົນເນື້ອໃນຈິດໃຈສາມັກຄີ, ຮ່ວມມື, ພ້ອມແລ້ວທີ່ຈະເປັນເພື່ອນມິດ, ເປັນຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບໃນປະຊາຄົມໂລກນັ້ນ, ຫວຽດນາມ ໄດ້ເຂົ້າຮ່ວມການແລກປ່ຽນ, ແບ່ງປັນໃນທຸກເນື້ອໃນທີ່ກອງປະຊຸມຄັ້ງຕ່າງໆ. ບັນດາປະເທດໄດ້ຮັບຮູ້, ສະໜັບສະໜູນ ແລະ ຕອບສະໜອງຫຼາຍຄຳເຫັນຂອງຫວຽດນາມ. ຫວຽດນາມ ໄດ້ປະກອບສ່ວນຢ່າງມີຄວາມຮັບຜິດຊອບທີ່ສຸດ ເຂົ້າໃນການສ້າງເອກະສານປະມານ 100 ສະບັບ, ຍື່ນສະເໜີຕໍ່ບັນດາການນຳເພື່ອຮັບຮອງເອົາທີ່ບັນດາກອງປະຊຸມຄັ້ງນີ້.
      ກ່ຽວຂ້ອງເຖິງໂລກລະບາດໂຄວິດ 19, ບັນດາຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກ່ຽວກັບຍຸດທະສາດໃໝ່ ແລະ ວິທີເຂົ້າເຖິງທົ່ວປວງຊົນ ເພື່ອຮັບມືຢ່າງປອດໄພ, ມີໄຫວພິບ, ຄ່ອງຕົວ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ, ໄປຄຽງຄູ່ກັບການຍູ້ແຮງຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໄດ້ຮັບຄວາມຊົມເຊີຍ, ຕອບສະໜອງຈາກຫຼາຍປະເທດ. ບັນດາຂໍ້ສະເໜີຂອງຫວຽດນາມ ກ່ຽວຂ້ອງເຖິງການຟື້ນຟູແບບຍືນຍົງ ໄດ້ຮັບຄວາມເອົາໃຈໃສ່ ແລະ ແບ່ງປັນຈາກບັນດາປະເທດທີ່ກອງປະຊຸມຄັ້ງຕ່າງໆ. ວິທີສຳຜັດຢ່າງກົງໄປກົງມາ, ຈິງໃຈ, ຈະແຈ້ງຂອງຫວຽດນາມ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ໃນນັ້ນ ມີບັນຫາທະເລຕາເວັນອອກ, ຊຸກຍູ້ການພັດທະນາອະນຸພາກພື້ນ ຕິດພັນກັບການພັດທະນາສັງລວມຂອງອາຊຽນ, ຍູ້ແຮງການຮ່ວມສຳພັນໃນພາກພື້ນ ໄດ້ສ່ອງແສງຢ່າງຄົບຖ້ວນ ໃນເອກະສານສະບັບຕ່າງໆຂອງບັນດາກອງປະຊຸມ.
      ຄຽງຂ້າງຜົນສຳເລັດລວມຂອງກອງປະຊຸມຄັ້ງຕ່າງໆນັ້ນ,  ການປະກອບສ່ວນຂອງຫວຽດນາມ ໄດ້ສືບຕໍ່ຢືນຢັນພາບພົດ ແລະ ບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ./.
(ແຫຼ່ງຄັດຈາກ VOV)
 
 


top