ຂ່າວສານ

ສືບຕໍ່ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຍ້ອນຝົນຕົກໜັກ, ນ້ຳຖ້ວມຢູ່ພາກກາງ

ນການໄປປະຕິບັດງານຢູ່ພາກກາງ, ຕອນບ່າຍວັນທີ 21 ຕຸລາ, ທ່ານ ເຈືອງຮ່ວາບີ່ງ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ນຳໜ້າຄະນະປະຕິບັດງານສູນກາງ ໄປຍັງເມືອງພູດອຍ ໄຕຢາງ, ແຂວງ ກ໋ວາງນາມ ເພືຶ່ອກວດກາວຽກງານປ້ອງກັນ, ຕ້ານໄພທຳມະຊາດ, ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກໜັກ, ນ້ຳຖ້ວມ. 

ສືບຕໍ່ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຍ້ອນຝົນຕົກໜັກ, ນ້ຳຖ້ວມຢູ່ພາກກາງ (ພາບ: cand.com.vn)

ຕໍ່ໜ້າການຜັນແປຢ່າງສັບສົນຂອງຝົນຕົກໜັກ, ນ້ຳຖ້ວມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ສະເໜີໃຫ້ເມືອງ ໄຕຢາງ ຄວນຜັນຂະຫຍາຍບັນດາມາດຕະການ, ວິທີການປ້ອງກັນ, ຕ້ານໄພທຳມະຊາດໃຫ້ເປັນຢ່າງດີ, ຮັບປະກັນຊັບສິນ, ຊີວິດຂອງປະຊາຊົນໃຫ້ມີຄວາມປອດໄພ.

        ແລະກໍ່ໃນຕອນບ່າຍວັນທີ 21 ຕຸລາ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ລົງຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຍ້ອນຝົນຕົກໜັກ, ນ້ຳຖ້ວມຢູ່ຕາແສງ ເຮືອງເຫີນ, ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ໄດ້ມອບຂອງຂວັນ 20 ພູດ້ວຍມູນຄ່າທັງໝົດເກືອບ 500 ລ້ານດົ່ງ.

        ໃນຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ຕອນບ່າຍວັນທີ 21 ຕຸລາ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງປ້ອງກັນປະເທດ ໄດ້ກະກຽມກຳລັງ, ເຮືອບິນແຮລິກອບເຕີຢູ່ ເຫ້ວ, ດ່າໜັງ ແລະ ຮ່າໂນ້ຍ ເພື່ອກູ້ໄພກູ້ຊີບຢູ່ເຂດຖືກນ້ຳແກ່ງ, ນ້ຳຖ້ວມ. ທ່ານພົນເອກ ໂງຊວັນລິກ ກ່າວວ່າ:

        “ບ່ອນໃດຫຍຸ້ງຍາກ, ກອງທັບລ້ວນແຕ່ມີໜ້າ. ບັນດາໜ່ວຍງານເສດຖະກິດປ້ອງກັນຊາດ ພ້ອມກັບທະຫານປ້ອງກັນຊາຍແດນ ປະຈຳເຂດຊາຍແດນເພື່ອປົກປັກຮັກສາປະເທດຊາດ ແລະ ຈັດຕັ້ງການຊ່ວຍເຫຼືອປະຊາຊົນ. ກະຊວງປ້ອງກັນປະເທດ ມອບໃຫ້ບັນດາຜູ້ບັນຊາກົມກອງ ຕ້ອງອີງໃສ່ສະພາບການ ເພື່ອຮັບປະກັນຄວາມປອດໄພຢູ່ບັນດາເຂດອັນຕະລາຍ.

(ແຫຼ່ງຄັດຈາກ VOV)


top