ຂ່າວສານ

ສືບຕໍ່ພັດທະນາບົດບາດຫຼັກແຫຼ່ງແກ່ນສານຂອງການພົວພັນຕ່າງປະເທດປະຊາຊົນໃນສະພາບການໃໝ່

ຕອນເຊົ້າວັນທີ 12 ເມສາ, ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານການພົວພັນຕ່າງປະເທດປະຊາຊົນປີ 2021 ແລະ ຜັນຂະຫຍາຍໜ້າທີ່ວຽກງານການພົວພັນຕ່າງປະເທດປະຊາຊົນປີ 2022.

  ກອງປະຊຸມສະຫຼຸບວຽກງານການພົວພັນຕ່າງປະເທດປະຊາຊົນປີ 2021 ແລະ ຜັນຂະຫຍາຍ

ໜ້າທີ່ວຽກງານການພົວພັນຕ່າງປະເທດປະຊາຊົນປີ 2022  

 ບົດລາຍງານສະຫຼຸບວຽກງານການພົວພັນຕ່າງປະເທດປະຊາຊົນປີ 2021 ຊີ້ແຈ້ງວ່າ ປີ 2021, ສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ການແກ້ງແຍ້ງລະຫວ່າງປະເທດມະຫາອຳນາດນັບມື້ນັບເພີ່ມຂຶ້ນ, ບັນຫາປ້ອງກັນຄວາມສະຫງົບແບບເກົ່າ ແລະ ແບບໃໝ່ນັບມື້ນັບມື້ການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຮວ່າຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເນັ້ນໜັກວ່າ:

ໃນສະພາບການນັ້ນ, ບັນດາອົງການຈັດຕັ້ງປະຊາຊົນ ໄດ້ມີຄວາມມານະພະຍາຍາມໃນກິດຈະກຳຕ່າງໆໃນຂອບເຂດສອງຝ່າຍ ກໍຄື ຫຼາຍຝ່າຍ. ປີ 2022, ຫວຽດນາມ ສືບຕໍ່ປະຕິບັດຜັນຂະຫຍາຍກັບຄູ່ຮ່ວມມືລະອຽດ, ສະແດງຢ່າງຈະແຈ້ງແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມືພັດທະນາ, ແມ່ນເພື່ອນແມ່ນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈ, ແມ່ນສະມາຊິກຕັ້ງໜ້າມີຄວາມຮັບຜິດຊອບໃນປະຊາຄົມສາກົນ ແກ້ໄຂຢ່າງຖືກຕ້ອງສາຍພົວພັນລະຫວ່າງເອກະລາດເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ.”

ບົດປະກອບຄຳເຫັນຂອງຫຼາຍກະຊວງ, ຂະແໜງການໃນກອງປະຊຸມນີ້ ລ້ວນແຕ່ເນັ້ນໜັກເຖິງບົດບາດ ແລະ ໜ້າທີ່ຂອງການພົວພັນຕ່າງປະເທດເວົ້າລວມ ແລະ ການພົວພັນຕ່າງປະເທດປະຊາຊົນເວົ້າສະເພາະ. ໃນໄລຍະຈະມາເຖິງ, ບັນດາຜູ້ແທນໄດ້ເຫັນດີໂດຍຖືວ່າ ວຽກງາການພົວພັນຕ່າງປະເທດປະຊາຊົນ ຕ້ອງສືບຕໍ່ມີການປ່ຽນແປງໃໝ່ຢ່າງແຮງ ນັບທັງດ້ານຈິນຕະນາການ ແລະ ການເຄື່ອນໄຫວ, ທັງເນື້ອໃນ ແລະ ແບບວິທີເພື່ອປັບປຸງ ແລະ ເປີດກວ້າງສາຍພົວພັນເພື່ອນມິດ, ຄູ່ຮ່ວມມື, ຍົກສູງຄຸນນະພາບ, ປະສິດທິຜົນຂອງວຽກງານສັນຕິພາບ, ສາມັກຄີ, ມິດຕະພາບ, ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ການຖະແຫຼງຂ່າວໃຫ້ຕ່າງປະເທດ, ວຽກງານຊາວ ຫວຽດນາມ ອາໄສ ຢູ່ຕາງປະເທດ….


top