ຂ່າວສານ

ສືບຕໍ່ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງປະມວນກົດໝາຍອາຍາ

      ໂດຍສືບຕໍ່ກອງປະຊຸມຄັ້ງທີ 3, ວັນທີ 27 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງກົດໝາຍປັບປຸງ,ເພີ່ມເຕີມບາງຂໍ້ມາດຕາຂອງປະມວນກົດໝາຍອາຍາ 2015. 

 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມ)
      ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ໃຫ້ຄຳເຫັນກ່ຽວກັບບາງເນື້ອໃນຄື: ບັນຫາຍົກເລີກການຮັບຜິດຊອບອາຍາສຳລັບທະນາຍຄວາມບໍ່ເຜີຍຜູ້ມີການກະທຳຜິດ, ຜູ້ມີການກະທຳລະເມີດຂໍ້ກຳນົດກ່ຽວກັບຄວາມປອດໄພຫຼັກອະນາໄມດ້ານສະບຽງອາຫານ, ການກະທຳ ທຳຮ້າຍປາຍສີຄົນອື່ນ…
        ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ສະຫງວນເວລາມື້ 1 ເພື່ອປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງປະມວນກົດໝາຍອາຍາ. ບັນດາຜູ້ແທນຖືວ່າ, ນີ້ແມ່ນປະມວນກົດໝາຍທີ່ສຳຄັນ, ຮຽກຮ້ອງໃຫ້ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢ່າງລະອຽດກ່ອນທີ່ປັບປຸງເພີ່ມເຕີມ, ຮັບຮອງເອົາ ແລະ ສ້າງໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ
(ແຫຼ່ງຄັດຈາກ VOV)

top