ຂ່າວສານ

ສືບຕໍ່ປະຕິບັດຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ

      ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະປະຈຳລັດຖະບານໃນຕອນບ່າຍວັນທີ 3 ເມສາຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ເນັ້ນໜັກວ່າບໍ່ເຮັດໃຫ້ຈິດໃຈຊີ້ນຳໃນຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີຫຼຸດໜ້ອຍຖອຍລົງຕ້ອງສືບຕໍ່ປະຕິບັດໃຫ້ເຂັ້ມງວດ.

 ພາບປະກອບ
      ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າຕ້ອງປະຕິບັດການແຍກຫ່າງທົ່ວສັງຄົມຢ່າງຂ້ຽວຂາດ, ບໍ່ໃຫ້ລັ່ງເລໃຈແລະບໍ່ໃຫ້ເປັນຫ່ວງຕໍ່ຜົນກະທົບທາງດ້ານເສດຖະກິດ. ທ່ານກໍ່ເນັ້ນໜັກວ່າທົ່ວລະບົບການເມືອງພວມມານະພະຍາຍາມໃນໄລຍະສຳຄັນໃນການສະກັດກັ້ນໂລກລະບາດບໍ່ໃຫ້ແຜ່ລາມ, ທ່ານຊີ້ແຈ້ງວ່ານີ້ແມ່ນໄລຍະທີ່ຄວນລະດົມກຳລັງທັງໝົດເຂົ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດ.
        ທ່ານຢ້ຳຄືນໃໝ່ວ່າລັດຖະບານໄດ້ປະກາດໂລກລະບາດ Covid – 19 ໃນທົ່ວປະເທດແຕ່ວ່າທ່ານນາຍົກລັດຖະມົນຕີໄດ້ຊີ້ນຳບັນດາກະຊວງ, ຂະແໜງການໃຫ້ສືບຕໍ່ປະຕິບັດບັນດາວິທີການ, ແຜນການ, ມີປະຕິກິລິຍາຕອບໂຕ້ຢ່າງທັນການໃນສະພາບການໂລກລະບາດມີການຜັນແປທີ່ຮ້າຍແຮງ.
 (ແຫຼ່ງຄັດຈາກ VOV)


top