ຂ່າວສານ

ສືບຕໍ່ປະຕິບັດການແຍກຫ່າງທາງສັງຄົມຢ່າງເຂັ້ມງວດ ເພື່ອສະກັດກັ້ນການຕິດແປດ

      ຕອນເຊົ້າວັນທີ 03 ເມສາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ຈັດກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳ.

ທີ່ກອງປະຊຸມ (ພາບ: TTXVN)
      ຕາມບັນດາສະມາຊິກຄະນະຊີ້ນຳແລ້ວ, ຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີມີຜົນສັກສິດໃນຮອບເວລາ 15 ວັນ (ນັບແຕ່ວັນທີ 1 – 15 ເມສາ), ນີ້ແມ່ນໄລຍະເວລາສຳຄັນ ເພື່ອຈຳກັດການຕິດແປດອອກສູ່ວົງຄະນະຍາດຢ່າງສຸດຂີດ. ຖ້າ “ແຍກຫ່າງ ທາງສັງຄົມ” ຢ່າງເຄັ່ງຄັດນັ້ນ ຈະຈຳກັດໄດ້ຄວາມເສຍຫາຍກ່ຽວກັບຊີວິດຂອງປະຊາຊົນ.
     ປັດຈຸບັນ, ຫວຽດນາມ ພວມຄວບຄຸມໄດ້ສະພາບການ, ສະນັ້ນ, ຍັງຄົງຮັບປະກັນໄດ້ ກ່ຽວກັບບັນຫາການດຳເນີນຊີວິດ, ການຜະລິດ ແລະ ເສດຖະກິດ, ສັງຄົມ. ໂດຍຂຶ້ນກັບການຜັນແປຂອງໂລກລະບາດໂຄວິດ 19, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈະຍົກອອກຂໍ້ສະເໜີແນະ, ຄຳຮຽກຮ້ອງ ດ້ວຍລະດັບທີ່ເໝາະສົມ. 
 (ແຫຼ່ງຄັດຈາກ VOV)


top