ຂ່າວສານ

ສືບຕໍ່ບໍ່ປະກົດມີຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່, WHO ຕີລາຄາສູງຫວຽດນາມ

ໄລ່ຮອດເວລາ 6 ໂມງຂອງວັນທີ 22 ເມສາ, ຫວຽດນາມ ບໍ່ປະກົດມີຜູ້ຕິດໂຄວິດ-19 ຄົນໃໝ່. ສະນັ້ນ, ນັບແຕ່ວັນທີ 17 – 22/04, ເປັນ 6 ມື້ຢ່າງລຽນຕິດທີ່ຫວຽດນາມ ບໍ່ປະກົດມີຜູ້ຕິດເຊື້ອໂຄວິດ-19 ຄົນໃໝ່ຕື່ມອີກ.


ຫວຽດນາມ ບໍ່ປະກົດມີຜູ້ຕິດໂຄວິດ-19 ຄົນໃໝ່

(ພາບ: moh.gov.vn)


ຫວຽດນາມ ໄດ້ປິ່ນປົວໃຫ້ 216/268 ຄົນທີ່ຕິດໂລກລະບາດໂຄວິດ-19 ຫາຍດີເປັນປົກກະຕິແລ້ວ ແລະ ຍັງເຫຼືອພຽງ 52 ຄົນພວມແຍກຕົວ, ປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ໃນວັນທີ 22 ເມສາ, ຄາດວ່າຈະມີຄົນເຈັບ 6 ຄົນໄດ້ປະກາດປິ່ນປົວຫາຍດີເປັນປົກກະຕິ.

ກ່ອນໜ້ານັ້ນ, ວັນທີ 21 ເມສາ, ອົງການອະນາໄມໂລກ (WHO) ພາກພື້ນປາຊີຟິກຕາເວັນຕົກ ໄດ້ຈັດກອງປະຊຸມທາງອອນລາຍ, ແຈ້ງໃຫ້ຊາບກ່ຽວກັບບັນດາການຜັນແປຂອງໂລກລະບາດໂຄວິດ-19 ຢູ່ພາກພື້ນ, ບັນດາມາດຕະການທີ WHO ຮັບມື ກໍຄືບັນດາກໍລະນີຕ່າງໆເຊິ່ງຫຼາຍປະເທດຈະຕ້ອງປະເຊີນໜ້າໃນອະນາຄົດ.

ທີ່ກອງປະຊຸມ, ທ່ານ Takeshi Kasai, ຜູ້ອຳນວຍການໃຫຍ່ພາກພື້ນປາຊີຟິກຕາເວັນຕົກຂອງ WHO, ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຕ້ານໂລກລະບາດຂອງບາງປະເທດ, ໃນນັ້ນມີຫວຽດນາມ. ທ່ານ Takeshi Kasai ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ໄດ້ສະແດງໃຫ້ໂລກເຫັນການຊີ້ນຳນຳພາຢ່າງມີປະສິດທິຜົນ, ເດັດດ່ຽວ ແລະ ຕໍ່ເນື່ອງຂອງອຳນາດການປົກຄອງທຸກຂັ້ນ, ນັບແຕ່ທ່ານນາຍົກລັດຖະມົນຕີ, ລັດຖະມົນຕີ ຕະຫຼອດຮອດບັນດາທ້ອງຖິ່ນ. ຕາມການສະຖິຕິຂອງ WHO ແລ້ວ, ຫວຽດນາມ ພວມແມ່ນປະເທດມີອັດຕາສ່ວນຜູ້ຕິດໂລກລະບາດໂຄວິດ- 19 ໃນຍອດຈຳນວນພົນລະເມືອງໜ້ອຍອັນດັບທີ 2 ຢູ່ພາກພື້ນປາຊີຟິກຕາເວັນຕົກ.

 (ແຫຼ່ງຄັດຈາກ VOV)


top