ຂ່າວສານ

ສືບຕໍ່ບັນດາຄວາມມານະພາຍາຍາມຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອາເມລິກາ

      ໃນອາທິດຜ່ານມາ, ທ່ານ ຟ້າມກວາງວິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ  ໄດ້ມີການພົບປະກັບບັນດາຄູ່ຮ່ວມມືອາເມລິກາ ເພື່ອຊຸກຍູ້ການພົວພັນ, ໃນນັ້ນ ມີຫ້ອງການການຄ້າອາເມລິກາ ( USCC), ສະພາດຳເນີນທຸລະກິດ ອາຊຽນ - ອາເມລິກາ ( USABC), ພົບປະກັບທ່ານ Patrick Leahy ສະມາຊິກສະພາສູງອາເມລິກາ.

ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ ແລະ ທ່ານສະມາຊິກສະມາສູງ Patrick Leahy ພ້ອມກັບໝູ່ເພື່ອນຊາວອາເມລິກາ
(ພາບ: vietnam+)
      ທີ່ການພົບປະຄັ້ງຕ່າງໆ, ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວິງ ໄດ້ແບ່ງປັນ, ຕີລາຄາ ກ່ຽວກັບຄວາມສຳຄັນຂອງເລື່ອງພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ໃນບັນດາຂົງເຂດ ແລະ ຜົນສຳເລັດຂອງການຢ້ຽມຢາມຂັ້ນສຸດຍອດ ທີ່ໄດ້ດຳເນີນຢ່າງຕໍ່ເນື່ອງໃນກວ່າ 03 ປີມານີ້. ທ່ານເອກອັກຄະລັດຖະທູດ ກໍສະແດງຄວາມຂອບອົກຂອບໃຈ ທ່ານສະມາຊິກສະມາສູງ Patrick Leahy ແລະໝູ່ເພື່ອນອາເມລິກາທຸກຄົນ ທີ່ໄດ້ມີບັນດາການປະກອບສ່ວນອັນລ້ຳຄ່າ, ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ອາເມລິກາໃຫ້ພັດທະນາຢ່າງແຮງ.
 (ແຫຼ່ງຄັດຈາກ VOV)


top