ຂ່າວສານ

ສືບຕໍ່ຍູ້ແຮງການຮ່ວມມື, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງຫວຽດນາມ-ຍີ່ປຸ່ນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມປະຕິຊົມເຊີຍຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງ 2 ປະເທດໃນໄລຍະຜ່ານມາ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Yamada Takio. (ພາບ: TTXVN)

ຕອນບ່າຍວັນທີ 03 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Yamada Takio ເຂົ້າຢ້ຽມຂ່ຳນັບ ແລະ ແລກປ່ຽນຄຳເຫັນກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມປະຕິຊົມເຊີຍຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງ 2 ປະເທດໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມໃນທຸກຂົງເຂດ ແລະ ສະເໜີໃຫ້ທ່ານເອກອັກຄະລັດຖະທູດສືບຕໍ່ຊຸກຍູ້ການພົບປະແລກປ່ຽນຂັ້ນສູງ ແລະ ທຸກຂັ້ນລະຫວ່າງ 2 ປະເທດ; ຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ເພີ່ມທະວີການຮ່ວມສຳພັນທາງດ້ານເສດຖະກິດ, ສົ່ງເສີມ, ຊຸກຍູ້ວິສາຫະກິດຍີ່ປຸ່ນ ຕັ້ງໜ້າເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ.

        ສ່ວນທ່ານເອກອັກຄະລັດຖະທູດ Yamada Takio ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຖະບານຍີ່ປຸ່ນ ແມ່ນຖືການພົວພັນກັບຫວຽດນາມ ເປັນສຳຄັນ; ສືບຕໍ່ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ຊຸກຍູ້ການຮ່ວມມືພັດທະນາພື້ນຖານໂຄງລ່າງ, ການຫັນເປັນດີຈີຕອນ, ສິ່ງແວດລ້ອມ ແລະ ໃຫ້ຮູ້ວ່າ, ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ເປັນໜ້າສົນໃຈທີ່ສຸດສຳລັບວິສາຫະກິດຍີ່ປຸ່ນ ໃນວິວັດການຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

        ກໍ່ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຍັງໄດ້ແລກປ່ຽນກັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)


top