ຂ່າວສານ

ສືບຕໍ່ກໍ່ສ້າງ ແລະ ພັດທະນາວັນນະຄະດີສິລະປະ

ກອງປະຊຸມສຳມະນາວິທະຍາສາດທົ່ວປະເທດ “ ຫວນຄືນ 15 ປີແຫ່ງການປະຕິບັດມະຕິເລກທີ 23 ຂອງກົມການເມືອງ ຊຸດທີ X ກ່ຽວກັບການສືບຕໍ່ກໍ່ສ້າງ ແລະ ພັດທະນາວັນນະຄະດີສິລະປະ ໃນໄລຍະໃຫມ່” ໃກ້ຈະດຳເນີນໄປຢູ່ ຮ່າໂນ້ຍ. ໃນວິວັດການກໍ່ສ້າງ, ປົກປັກຮັກສາ, ພັດທະນາປະເທດຊາດ, ພັກກອມມູນິດ ຫວຽດນາມ ໄດ້ກຳນົດ ວັດທະນະທຳ ແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ແມ່ນກຳລັງແຮງພາຍໃນ, ແມ່ນກຳລັງຫນູນເພື່ອພັດທະນາ. ໃນນັ້ນ ວັນນະຄະດີ ສິລະປະ ແມ່ນຂົງເຂດສຳຄັນຂອງວັດທະນະທຳ. ພັດທະນາວັນນະຄະດີ, ສິລະປະ ຕ້ອງຖືປະຊາຊົນແມ່ນໃຈກາງ, ແມ່ນເປົ້າໝາຍ, ປະກອບສ່ວນສ້າງສຳເລັດຄຸນຄ່າ, ບຸກຄະລີກະພາບຂອງຊາວຫວຽດນາມ, ມຸ່ງໄປເຖິງຄຸນຄ່າຫລັກຂອງຊາດ.

 

  ກອງປະຊຸມຮັບເອົາຄຳເຫັນປະກອບ ແລະ ຍົກອອກມາດຕະການຄຸ້ມຄອງລັດ, ພັດທະນາວັນນະຄະດີ  

ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດໃຫ້ແກ່ພາລະກິດວັດທະນະທຳເວົ້າລວມ, ການພັດທະນາວັນນະຄະດີ ສິລະປະ ເວົ້າສະເພາະ. ພື້ນຖານ ວັນນະຄະດີ ສິລະປະ ຫວຽດນາມ ມີບາດກ້າວຫັນປ່ຽນຢ່າງແຮງ, ປະຕິບັດພາລະກຳໂດຍກົງໃນການສ້າງພື້ນຖານດ້ານຈິດໃຈໃຫ້ໝັ້ນຄົງຂອງສັງຄົມ, ຝືກຝົນຫລໍ່ຫລອມ, ພັດທະນາມະນຸດຢ່າງຮອບດ້ານ.

ສະຫງວນຄວາມເອົາໃຈໃສ່ເປັນພິເສດໃຫ້ແກ່ພາລະກິດ ວັນນະຄະດີ ສິລະປະ

ນັບແຕ່ປີ 1943, ພັກກອມມູນິດ ອິນດູຈີນ (ປະຈຸບັນແມ່ນພັກກອມມູນິດ ຫວຽດນາມ) ໄດ້ປະກາດໃຊ້ “ແຜນຮ່າງວັດທະນະທຳ” ສະແດງໃຫ້ເຫັນຢ່າງຈະແຈ້ງທັດສະນະພັດທະນາວັດທະນະທຳ, ວັນນະສິນຂອງພັກ.

ໃນໄລຍະປ່ຽນແປງໃຫມ່, ແນວທາງ, ທັດສະນະກ່ຽວກັບ ວັນນະຄະດີ ສິລະປະ ໄດ້ເຕື້ອງເຖິງໃນຫລາຍມະຕິສຳຄັນ, ໃນນັ້ນ ມະຕິເລກທີ 23 ຂອງກົມການເມືອງຊຸດທີ X ກ່ຽວກັບເລື່ອງ “ສືບຕໍ່ກໍ່ສ້າງ ແລະພັດທະນາ ວັນນະຄະດີ ສິລະປະ ໃນໄລຍະໃຫມ່” (2008)… ວາງເປົ້າໝາຍສຸມທຸກແຫລ່ງກຳລັງກໍ່ສ້າງພື້ນຖານ ວັນນະຄະດີ ສິລະປະ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ຮັບໃຊ້ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມຢ່າງມີປະສິດທິຜົນ.

ໃນໄລຍະຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄຫມ ແລະເຊື່ອມໂຍງເຂົ້າກັບສາກົນ, ວັນນະຄະດີ ສິລະປະ ຫວຽດນາມ ຕ້ອງພັດທະນາຢ່າງຮອບດ້ານ ແລະເຂັ້ມແຂງ.ບົນພື້ນຖານຮັກສາ, ພັດທະນາ, ເສີມຂະຫຍາຍບັນດາຄຸນຄ່າຂອງ ວັນນະຄະດີ ສິລະປະຂອງຊາດ, ສືບຕໍ່ເປີດກວ້າງການຮ່ວມມືສາກົນ, ຮັບເອົາຄຸນຄ່າວັດທະນະທຳມະນຸດ, ຄວາມກ້າວຫນ້າຂອງສີວິໄລມວນມະນຸດໂດຍມີການຄັດເລືອກ ພ້ອມທັງສະກັດກັ້ນໄພລ່ວງລ້ຳວັດທະນະທຳ.

ເພື່ອປະຕິບັດບັນດາເປົ້າໝາຍດັ່ງກ່າວໃຫ້ໄດ້, ພັກ ໄດ້ວາງອອກແຜນນະໂຍບາຍ, ກຳນົດຢ່າງຈະແຈ້ງບັນດາມາດຕະການປ່ຽນໃຫມ່, ພັດທະນາ ວັນນະຄະດີ ສິລະປະ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຢ່າງແຮງ, ຫັນວັດທະນະທຳເປັນຫລາຍຮູບແບບ, ສົ່ງເສີມນັກສິລະປິນກຳແຫນ້ນ ແລະໃກ້ຊິດຕິດແຕດກັບສະພາບຕົວຈິງຂອງປະເທດຊາດ ເພື່ອປະດິດຄິດສ້າງສິລະປະ.

ເຊີດຊູສິດເສລີການປະດິດສ້າງໃນວັນນະຄະດີ ສິລະປະ

ພັກ ແລະ ລັດເອົາໃຈໃສ່ເປັນພິເສດເຖິງການຮັບປະກັນສິດລີການປະດິດສ້າງໃນ ວັນນະຄະດີ ສິລະປະ. ນັ້ນຄືແມ່ນກົດເກນຂອງການພັດທະນາ ວັນນະຄະດີ ສິລະປະ.

ເລື່ອງຮັບປະກັນຄວາມເສລີປະດິດສ້າງໃນການເຄື່ອນໄຫວ ວັນນະຄະດີ ສິລະປະ ໄດ້ກາຍເປັນການກຳນົດທິດພື້ນຖານຂອງກິດຈະການກໍ່ສ້າງ, ພັດທະນາວັດທະນະທຳ, ຊາວຫວຽດນາມ. ຈິດໃຈປ່ຽນໃຫມ່ວິທີການນຳພາຂອງພັກ ສຳລັບ ວັນນະຄະດີ ສິລະປະ ໄດ້ຮັບການສ້າງຂຶ້ນຕາມທິດ ທັງຮັບປະກັນ ວັນນະຄະດີ ສິລະປະໃຫ້ພັດທະນາ, ທັງຮັບປະກັນສິດເສລີປະຊາທິປະໄຕຂອງສ່ວນບຸກຄົນໃນການປະດິດສ້າງບົນພື້ນຖານເສີມຂະຫຍາຍຄວາມຮັບຜິດຊອບສັງຄົມ, ພັນທະຂອງພົນລະເມືອງ.

ຄວາມຈິງ ແນວທາງການນຳພາຂອງພັກ ແລະ ພຶດຕິກຳຕົວຈິງຂອງຊີວິດດ້ານ ວັນນະຄະດີ ສິລະປະ ໄດ້ພິສູດໃຫ້ເຫັນວ່າ: ພັກ ແລະລັດ ຍາມໃດກໍ່ສົ່ງເສີມທຸກການຊອກຫາ, ເຄົາລົບຄວາມເສລີການປະດິດສ້າງຂອງນັກປະພັນ ນັກສິລະປິນ, ກໍ່ສ້າງກົນໄກ, ນະໂຍບາຍພິເສດສຳລັບ ວັນນະຄະດີ ສິລະປະ ແລະ  ນັກປະພັນ ນັກສິລະປິນ ໃຫ້ສອດຄ່ອງກັບການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ຮັບປະກັນສິດເສລີການປະດິດສ້າງ ແມ່ນທັດສະນະສະເຫມີຕົ້ນສະເຫມີປາຍໃນແຜນນະໂຍບາຍຂອງພັກ, ແມ່ນຄວາມຮັບຮູ້ດ້ານວິທະຍາສາດສຳລັບຄວາມເປັນເອກະລັກສະເພາະຂອງ ວັນນະຄະດີ ສິລະປະ. ນີ້ແມ່ນເງື່ອນໄຂທີ່ຈຳເປັນເພື່ອສ້າງໃຫ້ໄດ້ບັນດາຄຸນຄ່າໃຫຍ່ຂອງບັນດາຜະລິດຕະພັນໃຫຍ່. 

ວັນນະຄະດີ ສິລະປະ ແມ່ນຂົງເຂດຊື່ງມີບົດບາດໃນການຕໍ່ສູ້ປົກປັກຮັກສາ, ຫລໍ່ລ້ຽງ, ຢັ້ງຢືນສິ່ງໃຫມ່, ສິ່ງຕັ້ງຫນ້າ, ອັນດີງາມ. ເລື່ອງ ຫວຽດນາມ ຮັບປະກັນສືບຕໍ່ກໍ່ສ້າງ ແລະ ພັດທະນາ ວັນນະຄະດີ ສິລະປະ ຈະສ້າງກຳລັງຫນູນຕື່ມອີກໃຫຍ່ ກ່ຽວກັບດ້ານຈິດໃຈເພື່ອກໍ່ສ້າງ ແລະ ພັດທະນາປະເທດຊາດ.


top