ຂ່າວສານ

ສືບຕໍ່ການເຄື່ອນໄຫວ “ຂະບວນການບໍລິຈາກເລືອດປີ 2018” ຢູ່ບັນດາທ້ອງຖິ່ນ

ຜ່ານວັນບຸນບໍລິຈາກເລືອດ “ຂະບວນການບໍລິຈາກເລືອດ ເຕີຍໂດ 2018” ໄດ້ສ້າງຈຸດວັດທະນະທຳອັນດີງາມໃນການບໍລິຈາກເລືອດເພື່ອກອບກູ້ເອົາຊີວິດມະນຸດ ແລະເປີດກວ້າງເປົ້າໝາຍເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ.
ວັນທີ 17 ມິຖຸນາ, ຢູ່ນະຄອນເກີນເທີ ຂອງຫວຽດນາມ ໄດ້ດຳເນີນວັນບຸນບໍລິຈາກເລືອດ  “ຂະບວນການບໍລິຈາກເລືອດ ເຕີຍໂດ 2018”, ອັນໄດ້ດຶງດູດການເຂົ້າຮ່ວມຂອງບັນດາພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມ ພ້ອມກັບປະຊາຊົນ ນັບພັນໆຄົນ.


ຂະບວນການບໍລິຈາກເລືອດດຶງດູດການເຂົ້າຮ່ວມຂອງບັນດາພະນັກງານ, ນັກຮົບ,
ສະມາຊິກຊາວໜຸ່ມ ພ້ອມກັບປະຊາຊົນ ນັບພັນໆຄົນ 

(ພາບ: hanhtrinhdo.vn)

ວັນທີ 17 ມິຖຸນາ, ຢູ່ນະຄອນເກີນເທີ ຂອງຫວຽດນາມ ໄດ້ດຳເນີນວັນບຸນບໍລິຈາກເລືອດ  “ຂະບວນການບໍລິຈາກເລືອດ ເຕີຍໂດ 2018”, ອັນໄດ້ດຶງດູດການເຂົ້າຮ່ວມຂອງບັນດາພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມ ພ້ອມກັບປະຊາຊົນ ນັບພັນໆຄົນ.

        ດ້ວຍສານທີ່ວ່າ “ເຊື່ອມຕໍ່ຄວາມຮັກແພງ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ”, ສະພາກາແດງນະຄອນເກີນເທີ ປາດຖະໜາວ່າ ຜ່ານວັນບຸນບໍລິຈາກເລືອດ “ຂະບວນການບໍລິຈາກເລືອດ ເຕີຍໂດ 2018” ໄດ້ສ້າງຈຸດວັດທະນະທຳອັນດີງາມໃນການບໍລິຈາກເລືອດເພື່ອກອບກູ້ເອົາຊີວິດມະນຸດ ແລະເປີດກວ້າງເປົ້າໝາຍເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

        ກ່ອນໜ້ານັ້ນ, ວັນທີ 16 ມິຖຸນາ, ຢູ່ແຂວງກວາງນິງ, ກໍໄດ້ດຳເນີນເຫດການວັນບຸນບໍລິຈາກເລືອດ “ຢາດເລືອດແດງຢູ່ເຂດບໍ່ແຮ່- ເຊື່ອມຕໍ່ຄວາມຮັກແພງ”. ທ່ານ ເຈີນງັອກເກວ໋, ຮອງຜູ້ອຳນວຍການສູນເລືອດສາດແຫ່ງຊາດ, ຮອງຫົວໜ້າຄະນະຈັດຕັ້ງຂະບວນການບໍລິຈາກເລືອດປີ 2018, ໃຫ້ຮູ້ວ່າ:

        “ໃນຊຸມປີຜ່ານມາ, ການເຄື່ອນໄຫວຈັດຕັ້ງການບໍລິຈາກເລືອດຂອງແຂວງກວາງນິງ ໄດ້ປະຕິບັດເປັນຢ່າງດີ. ພິເສດແມ່ນປະຊາຊົນມີຄວາມຮັບຮູ້ສູງກ່ຽວກັບການບໍລິຈາກເລືອດ ແລະ ໝາກຜົນຂອງການບໍລິຈາກເລືອດແຕ່ລະປີລ້ວນແຕ່ເພີ່ມຂຶ້ນ. ປະລິມານເລືອດສະໜອງໃຫ້ໂຮງໝໍແຫ່ງຕ່າງໆໃນແຂວງກວາງນິງເວົ້າລວມ, ບາງເທື່ອຍັງສາມາດສະໜອງໃຫ້ບັນດາແຂວງໃກ້ຄຽງ ນັ້ນໄດ້ຕອບສະໜອງໄດ້ຄວາມຕ້ອງການໃນການປິ່ນປົວສຸກເສີນຄົນເຈັບໂດຍພື້ນຖານ ແລະ ຂ້າພະເຈົ້າຫວັງວ່າ ໃນປີຕໍ່ໄປ ແຂວງກວາງນິງຈະສືບຕໍ່ຈັດຕັ້ງບັນດາລາຍການບໍລິຈາກເລືອດທີ່ມີຄວາມໝາຍຄືດັ່ງກ່າວອີກ”.

        ໃນວັນບຸນບໍລິຈາກເລືອດ, ຄະນະຊີ້ນຳການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແຂວງກວາງນິງ ໄດ້ຮັບເລືອດປະມານ 700 ຖົງ.

 (ແຫຼ່ງຄັດຈາກ VOV)



top