ຂ່າວສານ

ສືບຕໍ່ກອງປະຊຸມເທື່ອທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ

      ຕອນເຊົ້າວັນທີ 17 ພຶດສະພາ, ຄະນະບໍລິຫານງານສູນກາງພັກໄດ້ປຶກສາຫາລືກ່ຽວກັບບົດລາຍງານສະຫລຸບການປະຕິບັດຄຳສັ່ງຂອງກົມການເມືອງຊຸດທີ 11 ກ່ຽວກັບກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ ແລະ ຮ່າງຄຳສັ່ງຂອງກົມການເມືອງຊຸດທີ 12 ກ່ຽວກັບກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ.
            ຕອນບ່າຍວັນທີ 17 ພຶດສະພາ, ກົມການເມືອງໄດ້ປະຊຸມ, ພິຈາລະຈາປະກອບຄຳເຫັນໃສ່ບັນດາບົດລາຍງານຮັບເອົາການອະພິປາຍຄຳເຫັນປຶກສາຫາລືຂອງສູນກາງກ່ຽວກັບໂຄງຮ່າງບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ສືບຕໍ່ກອງປະຊຸມເທື່ອທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)
      ຕີລາຄາສູງບົດກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ທີ່ພິທີໄຂກອງປະຊຸມເທື່ອທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12, ທ່ານພົນຕີ ຄວັດຢຸຍຕ໊ຽນ, ອະດີດຜູ້ບັນຊາກອງພົນໃຫຍ່ 3 ຖືວ່າ:
        ຄຳເຫັນທີ່ທ່ານເລຂາທິການໃຫຍ່, ປະທານປະເທດໄດ້ຍົກອອກມາໃນກອງປະຊຸມນີ້ ແມ່ນພວກຂ້າພະເຈົ້າມີຄວາມເຫັນດີເຫັນພ້ອມທີ່ສຸດ ແລະ ຕັ້ງຄວາມຫວັງຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຫລາຍຢ່າງ. ປະຕິບັດໄດ້ມະຕິສູນກາງພັກຄັ້ງທີ 10 ນີ້ ຈະຍູ້ປະເທດໃຫ້ກ້າວຂຶ້ນ. ພັກນັບມື້ນັບດີຂຶ້ນ ແລະ ປະຊາຊົນກໍ່ມີຄວາມຫວັງຫລາຍກ່ວາ, ມີຄວາມເຊື່ອໝັ້ນຫລາຍກ່ວາ, ອິດທິພົນຊື່ສຽງຂອງພັກໄດ້ຮັບການພັດທະນາຂຶ້ນສູງກ່ວາ. ບັນດາເອກະສານຕ້ອງໄດ້ກະກຽມຢ່າງລະອຽດ ເພື່ອປະຕິບັດໃຫ້ຖືກຕ້ອງຕາມແນວທາງຂອງພັກ.”
        ຕີລາຄາສູງສູນກາງໃນຄັ້ງນີ້ ແມ່ນກະກຽມບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານ ຫວູໝ໋າວ, ອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດເນັ້ນໜັກວ່າ: ບັນຫາສຳຄັນແມ່ນຄົ້ນຄວ້າເອກະສານ ເພື່ອປ່ຽນແປງໃໝ່ລະບົບການເມືອງຂອງປະເທດຊາດ. ໃນນັ້ນ, ປ່ຽນແປງໃໝ່ພັກ, ປ່ຽນແປງໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ລັດຖະບານ, ບັນດາອົງການຈັດຕັ້ງມະຫາຊົນ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຫລາຍຄົນກໍ່ເຫັນດີເຫັນພ້ອມຕໍ່ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ.
 (ແຫຼ່ງຄັດຈາກ VOV)

top