ຂ່າວສານ

ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 14

ການສ້າງແຜນຮ່າງ ໄດ້ຮັບການຕີລາຄາຈາກສະພາແຫ່ງຊາດວ່າ ແມ່ນຈຳເປັນ, ຊ່ວຍສ້າງລະບົບນະໂຍບາຍຊົນເຜົ່າຕິດພັນກັບໂຄງການເປົ້າໝາຍແຫ່ງຊາດໄລຍະປີ 2021 – 2030 ໃຫ້ສຳເລັດ.

ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ 14

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ຕອນບ່າຍວັນທີ 18 ພະຈິກ, ດ້ວຍຄວາມເຫັນດີເຫັນພ້ອມເປັນສ່ວນຫລາຍ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິອະນຸມັດຜ່ານແຜນຮ່າງສັງລວມການພັດທະນາເສດຖະກິດ - ສັງຄົມເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ເຂດທີ່ມີເງື່ອນໄຂຫຍຸ້ງຍາກພິເສດ. ການສ້າງແຜນຮ່າງ ໄດ້ຮັບການຕີລາຄາຈາກສະພາແຫ່ງຊາດວ່າ ແມ່ນຈຳເປັນ, ຊ່ວຍສ້າງລະບົບນະໂຍບາຍຊົນເຜົ່າຕິດພັນກັບໂຄງການເປົ້າໝາຍແຫ່ງຊາດໄລຍະປີ 2021 – 2030 ໃຫ້ສຳເລັດ.

ແລະຢູ່ໃນວາລະເຮັດວຽກໃນຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືທີ່ຫໍປະຊຸມກ່ຽວກັບການໃຫ້ສັດຕະຍາບັນສົນທິສັນຍາເພີ່ມເຕີມສົນທິສັນວ່າດ້ວຍການກຳນົດຊາຍແດນແຫ່ງຊາດປີ 1985 ແລະ ສົນທິສັນຍາເພີ່ມເຕີມປີ 2005 ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ; ອະນຸສັນຍາຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.


top