ຂ່າວສານ

ສີ​ສັນ​ວັດ​ທະ​ນະ​ທຳ​ຢູ່​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທີ 1 ຢູ່ ຮ່າ​ໂນ້ຍ

ນີ້ແມ່ນຄັ້ງທຳອິດ, 48 ປະເທດ ທີ່ມາຈາກ 5 ທະວີບພ້ອມກັນເຕົ້າໂຮມກັນຢູ່ນະຄອນຫຼວງ ຮ່າໂນ້ຍ, ເຂົ້າຮ່ວມງານບຸນວັດທະນະທຳ - ສິລະປະທີ່ມີຂອບຂະໜາດໃຫຍ່, ຢັ້ງຢືນທີ່ຕັ້ງ ແລະ ຂອບຂະໜາດຂອງວັດທະນະທຳ ຫວຽດນາມ ໃນກະແສເຊື່ອມໂຍງເຂົ້າກັບສາກົນ.

ຕອນຄ່ຳວັນທີ 10 ຕຸລາ, ຢູ່ພະລາດຊະວັງທັງລອງ (ຮ່າໂນ້ຍ), ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ຫວຽດນາມ ພ້ອມດ້ວຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີໄຂງານບຸນວັດທະນະທຳໂລກຄັ້ງທີ 1. ນີ້ແມ່ນຄັ້ງທຳອິດ, 48 ປະເທດ ທີ່ມາຈາກ 5 ທະວີບພ້ອມກັນເຕົ້າໂຮມກັນຢູ່ນະຄອນຫຼວງ ຮ່າໂນ້ຍ, ເຂົ້າຮ່ວມງານບຸນວັດທະນະທຳ - ສິລະປະທີ່ມີຂອບຂະໜາດໃຫຍ່, ຢັ້ງຢືນທີ່ຕັ້ງ ແລະ ຂອບຂະໜາດຂອງວັດທະນະທຳ ຫວຽດນາມ ໃນກະແສເຊື່ອມໂຍງເຂົ້າກັບສາກົນ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ ຫວຽດນາມ ກຳນົດວັດທະນະທຳແມ່ນກຳລັງພາຍໃນຂອງປະເທດ, ຂອງຊາດ, ແມ່ນພື້ນຖານທາງດ້ານຈິດໃຈຂອງປະຊາຊົນ. ທ່ານກ່າວວ່າ:

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

“ພວກເຮົາຕ້ອງເຮັດໃຫ້ວັດທະນະທຳບໍ່ພຽງແຕ່ແມ່ນກຳລັງແຮງພາຍໃນ, ສາຍສຳພັດນຜູກພັນກຳລັງແຮງສາມັກຄີສາກົນ, ກຳລັງແຮງແຫ່ງການແບ່ງປັນໄພທຳມະຊາດ, ຜົນຕາມມາຂອງການປ່ຽນແປງຂອງດິນຟ້າອາກາດ. ການປ່ຽນແປງຂອງດິນຟ້າອາກາດພວມເກີດຂຶ້ນສຳລັບພວກເຮົາ ລ້ວນແຕ່ມີລັກສະນະທົ່ວປວງຊົນ, ຮອບດ້ານ ແລະ ທົ່ວໂລກ. ດັ່ງນັ້ນ, ພວກເຮົາຮຽກຮ້ອງຕ້ອງມີຄວາມສາມັກຄີສາກົນ, ເຊີດຊູລັດທິຫຼາຍຝ່າຍ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃນນັ້ນ ມີສາຍໃຍວັດທະນະທຳ”.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ເລື່ອງຈັດງານບຸນວັດທະນະທຳໂລກ ຮ່າໂນ້ຍ ບໍ່ພຽງແຕ່ເພື່ອເຊີດຊູຈຸດຄວາມງາມດ້ານວັດທະນະທຳ ຫວຽດນາມ ແລະ ໂລກເທົ່ານັ້ນ, ຫາກຍັງມີຄວາມໝາຍທີ່ສະແດງໃຫ້ເຫັນນ້ຳໃຈແບ່ງປັນ, “ນ້ຳໃຈຊົນຊາດ”, ມິດຈິດມິດໃຈ”. ລາຍການມີຫຼາຍເນື້ອໃນທີ່ມີຄວາມໝາຍ ແນໃສ່ລະດົມເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ຜູ້ຖືກຜົນກະທົບຢ່າງໜັກໜ່ວງຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາ.

ສ່ວນທ່ານ Jonathan Baker ຫົວໜ້າຄະນະຜູ້ຕາງໜ້າ UNESCO ປະຈຳ ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດພ້ອມກັນສ້າງອະນາຄົດ ເຊິ່ງຢູ່ໃນນັ້ນ ວັດທະນະທຳສ້າງແຮງບັນດານໃຈ, ຄວາມສາມັກຄີ, ອົງອາດກ້າຫານ ຕໍ່ສະພາບຫຍຸ້ງຍາກ, ໄພທຳມະຊາດ.

ໃນຂອບເຂດງານບຸນ, ແຕ່ວັນທີ 11 ຕຸລາ -  12 ຕຸລາ, ມີຫຼາຍການເຄື່ອນໄຫວແລກປ່ຽນວັດທະນະທຳ, ສິລະປະທີ່ເປັນເອກະລັກ ຈະດຳເນີນຢູ່ພະລາດຊະວັງທັງລອງ.


top