ຂ່າວສານ

ສີສັນບຸນປີໃໝ່ລາວທ່າມກາງນະຄອນຫຼວງຮ່າໂນ້ຍ

ເມື່ອເດືອນເມສາວຽນມາ, ປະຊາຊົນລາວຢູ່ທຸກແຖບຖິ່ນໃນທົ່ວປະເທດ ມີຄວາມກະຕືລືລົ້ນ ຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ຢ່າງຄຶກຄື້ນມ່ວນຊື່ນດ້ວຍພິທີກຳທີ່ເປັນເອກະລັກສະເພາະ. ສຳລັບປະຊາຊົນລາວ ທີ່ຢູ່ຫ່າງໄກຈາກປະເທດ, ບໍ່ວ່າຈະຢູ່ແຫ່ງຫົນໃດ, ເຂົາເຈົ້າກໍ່ລ້ວນແຕ່ອວ່າຍໜ້າເມືອຫາປະເທດຊາດຂອງຕົນ ໃນຊຸມວັນພິເສດນີ້. ສະເພາະພະນັກງານ, ນັກສຶກສາລາວ ທີ່ພວມຄົ້ນຄ້ວາ ແລະ ຮ່ຳຮຽນຢູ່ ຫວຽດນາມ, ເຖິງວ່າ ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຄອບຄົວ, ຍາດຕິພີ່ນ້ອງກໍ່ຕາມ, ແຕ່ຍາມໃດເຂົາເຈົ້າກໍ່ໄດ້ຮັບການໜູນຊ່ວຍຢ່າງສຸດໃຈຈາກທາງໂຮງຮຽນ, ອຳນາດການປົກຄອງກໍ່ຄືປະຊາຊົນຫວຽດນາມ, ແລະ ພິເສດແມ່ນໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊືນ, ອົບອຸ່ນ ພ້ອມກັບຄູອາຈານ ແລະ ເພື່ອນນັກສຶກສາຫວຽດນາມ.
  ພາຂວັນ  

 ມື້ໜຶ່ງໃນກາງເດືອນ ເມສາ, ໃນທ່າມກາງອາກາດເຢັນສະບາຍ, ແດດອ່ອນໆຢູ່ຮ່າໂນ້ຍໄດ້ສ້າງບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ຄຶກຄື້ນກວ່າຢູ່ສູນໜູນຊ່ວຍການບຳລຸງສ້າງສາກົນ ຂຶ້ນກັບກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ. ເມື່ອມາສູນໃນຊຸມວັນໃກ້ຈະຮອດບຸນປີໃໝ່ລາວ, ພວກເຮົາຈະເຫັນຫໍພັກນັກສຶກສາ ໄດ້ປະດັບປະດາ, ຕົບແຕ່ງດ້ວຍໝາກປູມເປົ້າ, ຄຳຂວັນ, ຈັດເປັນແຖວ ແລະ ປະດັບປະດາເວທີຢ່າງສວຍງາມ, ຢູ່ໃຈກາງເວທີແມ່ນພາຂວັນທີ່ເປັນປະເພນີຂອງລາວ ດ້ວຍການຈັດເຄື່ອງໃສ່ພາຂວັນຢ່າງຄົບຖ້ວນຕາມປະເພນີສູ່ຂວັນທີ່ເປັນເອກະລັກຂອງລາວ.

ພາຍຫຼັງລັດຖະບານ ຫວຽດນາມ ຍົກອອກຫຼາຍມາດຕະການປ້ອງກັນ, ສະກັດກັ້ນພະຍາດໂຄວິດ - 19, ພິເສດແມ່ນການສັກວັກຊິນດ້ວຍອັດຕາສູງ ແລະ ມີປະສິດທິຜົນ, ພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ທົ່ວປະເທດໄດ້ກັບຄືນສູ່ສະພາບປົກກະຕິໃໝ່, ບົນເນື້ອໃນຈິດໃຈນັ້ນ ບັນດາພະນັກງານຢູ່ສູນ ໄດ້ພະຍາຍາມ ເພື່ອຈັດບຸນປີໃໝ່ທີ່ພິເສດທີ່ສຸດໃຫ້ນັກສຶກສາລາວ, ແນໃສ່ຊ່ວຍເຂົາເຈົ້າໄດ້ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ບັນເທົາຄວາມຄິດຮອດບ້ານເກີດເມືອງນອນ ແລະ ຄອບຄົວ. ບຸນປີໃໝ່ປີນີ້ ນອກຈາກການເຂົ້າຮ່ວມຂອງພະນັກງານ, ພາລະກອນຂອງສູນ, ນັກສຶກສາລາວ, ກຳປູເຈຍ ແລະ ຫວຽດນາມ ແລ້ວ ຍັງມີການເຂົ້າຮ່ວມຂອງທ່ານນາງ ພອນວິໄລ ສີປະເສີດ ເລຂາຕີ ສັງກັດຫ້ອງການສຶກສາ-ວັດທະນະທຳ ຂອງສະຖານທູດ ລາວ ປະຈຳ ຫວຽດນາມ ແລະ ທ່ານນາງ ດ່າວທິຮ່ານິງ ຮອງຫົວໜ້າສູນໜູນຊວ່ຍການບຳລຸງສ້າງສາກົນ. ກໍ່ຄືກັນກັບຮາກຖານການສຶກສາ, ມະຫາວິທະຍາໄລແຫ່ງອື່ນໆ ການຈັດບຸນປີໃໝ່ລາວໃຫ້ແກ່ນັກຮຽນ, ນັກສຶກສາລາວ ຖືວ່າ ໄດ້ຈັດຂຶ້ນໃນທຸກໆປີ. ທ່ານ ຫງວຽນທ໊າຍຕວາຍ ຜູ້ຄຸ້ມຄອງນັກສຶກສາຕ່າງປະເທດຂອງສູນແບ່ງປັນວ່າ:

ສອງປີຜ່ານມາ, ຍ້ອນໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ - 19 ສະນັ້ນພວກຂ້າພະເຈົ້າບໍ່ໄດ້ຈັດບຸນປີໃໝ່ໃຫ້ນັກສຶກສາລາວ. ປີນີ້, ພາຍຫຼັງຄວບຄຸມພະຍາດໄດ້ໂດຍພື້ນຖານ, ສ່ວນໜຶ່ງແມ່ນຕອບສະໜອງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງນັກສຶກສາລາວ, ທາງສູນໄດ້ສົມທົບກັບຄະນະນັກສຶກສາລາວ ຈັດບຸນປີໃໝ່ລາວ ໃຫ້ນັກສຶກສາລາວໃນບໍລິເວນຮ່າໂນ້ຍ. ດ້ວຍຈຸດປະສົງແມ່ນຊ່ວຍໃຫ້ເຂົາເຈົ້າໄດ້ຕອນຮັບປີໃໝ່ຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນທີ່ສຸດ.

  ນັກສຶກສາລາວ ພ້ອມກັນຕ້ອນຮັບບຸນປີໃໝ່ລາວ  

 ນອກຈາກໄດ້ປະຕິບັດພິທີທີ່ເປັນປະເພີນີແລ້ວ, ຈຸດພິເສດຂອງປີນີ້ ມີຄວາມແຕກຕ່າງກັບທຸກປີນັ້ນແມ່ນ ທາງສູນ ໄດ້ຈັດການເຄື່ອນໄຫວແຂ່ງຂັນບານເຕະ, ບານສົ່ງ ລະຫວ່າງນັກສຶກສາລາວກັບນັກສຶກສາຫວຽດນາມ ແລະ ນັກສຶກສາ ກຳປູເຈຍ, ແນໃສ່ສ້າງໂອກາດໃຫ້ນັກສຶກສາ 3 ປະເທດໄດ້ຮຽນຮູ້, ຜູກພັນນຳກັນ, ຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນ້ຳໃຈສາມັກຄີຂອງໄວໜຸ່ມ 3 ປະເທດ. ເພື່ອນ Keo Savong ນັກສຶກສາກຳປູເຈຍ ປີທີ 3 ຂອງມະຫາວິທະຍາໄລ ສັບພະວິຊາ ໃຫ້ຮູ້ວ່າ:

ນ້ອງດີໃຈຫຼາຍທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນກັບນັກສຶກສາລາວ ແລະ ຫວຽດນາມ. ຢູ່ທີ່ນີ້, ນ້ອງໄດ້ສ້າງຄວາມລຶ້ງເຄີຍກັບນັກສຶກສາລາວ ແລະ ຫວຽດນາມ ຫຼາຍຄົນ. ນ້ອງຄິດວ່າ ນີ້ແມ່ນໂອກາດເພື່ອໃຫ້ນັກສຶກສາ 3 ປະເທດຮູ້ຈັກກັນຕື່ມອີກ.

ພາຍຫຼັງພິທີທາງປະເພນີ ແລະ ການແຂ່ງຂັນກິລາ, ບັນດາເພື່ອນນັກສຶກສາລາວ ແລະ ຄູອາຈານ ໃນໂຮງຮຽນ ໄດ້ຮ່ວມພາເຂົ້າສາມັກຄີ ຮັບຊົມລາຍການສະແດງສິລະປະໂດຍນັກສຶກສາລາວ ສະແດງ ແລະ ອວຍພອນເຊິ່ງກັນ ແລະ ກັນ ປີໃໝ່ຈົ່ງປະສົບແຕ່ສິ່ງທີ່ດີງາມທີ່ສຸດ. ເພື່ອນ ພຸດສະຫວັດ ນັກສຶກສາມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ແລະ ເພື່ອນຄຳນ້ອຍ ນັກສຶກສາມະຫາວິທະຍາໄລກໍ່ສ້າງ ແບ່ງປັນດ້ວຍເບີກບານມ່ວນຊືນວ່າ:

ເຖິງວ່າບໍ່ໄດ້ກັບລາວ, ແຕ່ຂ້າພະເຈົ້າກໍຍັງໄດ້ສະເຫຼີມສະຫຼອງບຸນປະເພນີປະຈຳຊາດລາວ, ເຊິ່ງເຮັດໃຫ້ຂ້າພະເຈົ້າມີຄວາມເບີກບານມ່ວນຫຼາຍ ແລະ ເຮັດໃຫ້ຮູ້ສຶກຄິດຮອດບ້ານເກີດເມືອງນອນ ແລະ ພໍ່ແມ່ຂອງຂ້າພະເຈົ້າໜ້ອຍລົງ. ເຖິງວ່າບໍ່ສົມບູນແບບຄືກັບຢູ່ລາວກໍ່ຕາມ, ແຕ່ພິທີດັ່ງກ່າວໄດ້ນຳເອົາບັນຍາກາດທີ່ສະຫງ່າຜ່າເຜີຍ ແລະ ເບີກບານມ່ວນຊື່ນຢ່າງບໍ່ໜ້ອຍໃກ້ແກ່ພວກຂ້າພະເຈົ້າ. ສະນັ້ນຂໍຂອບໃຈມາຍັງທາງໂຮງຮຽນ, ຄູອາຈານ ແລະ ເພື່ອນມິດສະຫາຍທີ່ໄດ້ຈັດງານບຸນປີໃຫມ່ລາວ ທີ່ມີຄວາມໝາຍຄວາມສຳຄັນໃຫ້ແກ່ນັກສຶກສາລາວຂອງພວກເຮົາ.”

ເຖິງວ່າພວກເຮົາບໍ່ໄດ້ຢູ່ນຳພໍ່ແມ່ພີ່ນ້ອງ, ແຕ່ຢູ່ພີ້ ພວກເຮົາກໍໄດ້ສະເຫຼີມສະຫຼອງງານບຸນປະຈຳຊາດລາວ ກັບຄູອາຈານ ແລະ ເພື່ອນມິດສະຫາຍຮ່ວມຊາດ ເຮັດໃຫ້ນ້ອງຮູ້ສຶກວ່າມີໝູ່ເພື່ອນໃຫມ່ຫຼາຍຂຶ້ນກວ່າເກົ່າ"

ບຸນປີໃໝ່ປະຈຳຊາດ ລາວ ປີນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ອົບອຸ່ນ, ເບີກບານມ່ວນຊື່ນ, ທຸກຄົນໄດ້ຟ້ອນລຳວົງທີ່ເປັນປະເພນີ, ໄດ້ຫົດນ້ຳ, ຮັບປະທານເຍື່ອງອາຫານທີ່ເປັນເອກະລັກຂອງລາວ ແລະ ໄດ້ມັດແຂນ, ໄດ້ຮັບຄຳອວຍພອນຈາກໝູ່ເພື່ອນນຳກັນ, ນັກສຶກສາຫວຽດນາມ ແລະ ຄູອາຈານ ປີໃໝ່ຢູ່ເຢັນເປັນສຸກ, ມີຄວາມສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ. ໄປຄຽງຄູ່ກັນນັ້ນ, ການເຄື່ອນໄຫວດັ່ງກ່າວ ໄດ້ປະກອບສ່ວນບໍ່ໜ້ອຍ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບມູນເຊື້ອທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມໃຫ້ຍິ່ງໆຂຶ້ນ.


top