ພາບຊີວິດ

ສິລະປິນ ສະຫຼັກແສງ ບຸ່ຍວັນຕື້

ມີໜ້ອຍ​ຄົນ​ທີ່​ຈະຮູ້​ວ່າ ຈາກ​ງ່າ​ໄມ້​ທີ່​ຫຍາບ​ໆ, ແມ່ນ​ແຕ່​ຂີ້​ເຫຍື້ອ ​ແລະ ສິ່ງ​ເສດ​ເຫຼືອ ​ໃນ​ຊີວິດ​ປະຈຳ​ວັນ, ຜ່ານສີ​ມື ​ຂອງ​ ສິລະປິນ ບຸ່ຍວັນຕື້ ກໍໄດ້​ກາຍ​ເປັນ ບັນດາ​ຜົນ​ງານ ແສງ​ ທ່ີມະຫັດສະຈັນ ດັ່ງມີວິນຍານ ຊຶ່ງສົ່ງສານ ທີ່​ມີ​ຄວາມ​ໝາຍຫຼາຍຢ່າງ.

ມີໜ້ອຍ​ຄົນ​ທີ່​ຈະຮູ້​ວ່າ ຈາກ​ງ່າ​ໄມ້​ທີ່​ຫຍາບ​ໆ, ແມ່ນ​ແຕ່​ຂີ້​ເຫຍື້ອ ​ແລະ ສິ່ງ​ເສດ​ເຫຼືອ ​ໃນ​ຊີວິດ​ປະຈຳ​ວັນ, ຜ່ານສີ​ມື ​ຂອງ​ ສິລະປິນ ບຸ່ຍວັນຕື້ ກໍໄດ້​ກາຍ​ເປັນ ບັນດາ​ຜົນ​ງານ ແສງ​ ທ່ີມະຫັດສະຈັນ ດັ່ງມີວິນຍານ ຊຶ່ງສົ່ງສານ ທີ່​ມີ​ຄວາມ​ໝາຍຫຼາຍຢ່າງ.

ມີຄັ້ງໜຶ່ງທຳການ​ກໍ່ສ້າງ ​ແລະ ຕົກແຕ່ງ ພູມີທິວທັດຂະໜາດນ້ອຍ, ​ເມື່ອຕິດ​ຕັ້ງ​ແສງ​ໄຟ ເພື່ອເຮັດໃຫ້ຮູບພາບ ພູຜາ, ທິວທັດ ຂະໜາດນ້ອຍ ເດັ່ນຂຶ້ນ, ບຸ່ຍວັນຕື້, ຕອນນັ້ນ​ຍັງ​ເປັນ​ນັກສຶກສາ, ທັນ​ໃດ​​ເຫັນ​ເງົາ​ຂອງ ພູຈຳລອງ​ ຢູ່​ເທິງ​ຝາຜະໜັງ​​ຄ້າຍ​ຮູບ ໂຕ​ໝີ. ດ້ວຍຄວາມຫຼົງໄຫຼ ເຂົາກ່າວວ່າ ໄດ້ຄົ້ນພົບສິ່ງມະຫັດສະຈັນ, ໃນມັນສະໝອງ ນັກສຶກສາ ບຸ່ຍວັນຕື້ ຖືກກະຕຸ້ນ ຍ້ອນຄິດວ່າ: “ເປັນ​ຫຍັງ​ຈຶ່ງ​ບໍ່​ປະ​ສົມປະສານ ລະຫວ່າງງານ​ສິ​ລະ​ປະ ​ກັບ​ແສງ​ສະ​ຫວ່າງ​ ເພື່ອປະດິດ​ສ້າງ ຜົນງານຕາມໃຈມັກ ຂອງຕົນເອງ?”. ຄວາມຄິດນັ້ນ ໄດ້ຕິດຫ້ອຍ ທ່ານ ຈົນເຖິງ ເມື່ອຮຽນຈົບ ແລະ ມີວຽກເຮັດງານທໍາ ທີ່ໝັ້ນຄົງ ໃນອົງການແຫ່ງລັດ.

 

ຊ່ວງເວລາມະຫັດສະຈັນ ທີ່ທ່ານຄົ້ນພົບໂດຍບັງເອີນນັ້ນ ເໝືອນວ່າ ຢາກໃຫ້ທ່ານ ຕ້ອງເປັນ “ຜູ້ຮັບຜິດຊອບ” ​ແລະ ​ໃນ​ກວ່າໜຶ່ງທົດ​ສະ​ວັດ​ຕາມຫາ​ຮູບ​ແບບ​ສິລະ​ປະ​ໃໝ່​ນີ້, ສິລະປິນ 9x ບຸ່ຍ​ວັນ​ຕື້ ​ໄດ້​ເຮັດ​ ວຽກ​ທີ່ແຕກຕ່າງກັນເຊັ່ນ: ວິສະວະກອນ​ກໍ່ສ້າງ, ຜູ້​ອຳ​ນວຍ​ການ​​ປະ ດິດ​ສ້າງ ​ໃນ​ບໍລິສັດ​ ກ່ຽວກັບສິລະປະຫັດຖະກໍາ, ກ່ອນ​ຈະ​ດຳ​ເນີນ​ວຽກ​ງານ​ ສະຫຼັກແສງ ຢ່າງ​ເປັນ​ທາງ​ການ.

ບູ່ຍ​ວັນ​ຕື້​ ໄດ້​ຕັ້ງ​ຊື່​ໃຫ້​ຮູບ​ແບບ​ສິ​ລະ​ປະ​ ທີ່ເພິ່ນຕາມຫາ ​ຄື ​ສິ​ລະ​ປະ “ສະຫຼັກແສງ”. ນີ້​ແມ່ນວິຊາສິລະປະ ທີ່​ປະ​ສົມປະສານ ລະຫວ່າງ ການແກະສະຫຼັກ ແລະ ​ແສງ​ສະ​ຫວ່າງ, ຈາກນັ້ນ​ ສ້າງເປັນຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ ຈາກ​ເງົາ​ຂອງ​ວັດ​ຖຸ. ຂະບວນການສ້າງຜົນງານໜຶ່ງ ເລີ່ມຈາກແນວຄວາມຄິດ ແລະ ເລືອກເຟັ້ນວັດສະດຸ. ສິລະປິນ ບຸ່ຍວັນຕື້ ຈະ​​ແກະສະຫຼັກ ​ແລະ ປັບ ແຫຼ່ງກໍາເນີດແສງ ​ເພື່ອ​ກຳນົດ​ມຸມ ​ແລະ ຄວາມ​ບິດ​ບ້ຽວ​ຂອງ​ວັດຖຸ. ຜະລິດຕະພັນສຸດທ້າຍ ຖືກຈັດວາງ ຢູ່ທາງໜ້າ ຂອງ ແສງໄຟ ເພື່ອ ສ້າງເປັນຮູບຊົງເງົາ ຕາມຄວາມຕັ້ງໃຈຂອງຜູ້ສ້າງ.

 

ນີ້​ແມ່ນ​ຮູບ​ແບບ​ສິ​ລະ​ປະ​ໃໝ່, ດ້ວຍເຫດນັ້ນ ​ບໍ່​ມີ​ການ​ຊີ້​ນໍາ, ບໍ່ມີ ປະສົບການຂອງຄົນລຸ້ນກ່ອນ ເພື່ອໃຫ້ສິລະປິນ ຄົນນ້ີຮຽນຮູ້ ແລະ ປະດິດສ້າງ. ການຄົ້ນຄວ້າ ທຸກຢ່າງແມ່ນໃໝ່ອ່ຽມ, ແມ່ນການຄົ້ນ ພົບຄວາມນຶກຄິດພາຍໃນ ທີ່ເຕັມໄປດ້ວຍ ຄວາມລຶກລັບ, ຄວາມ ເລິກ ແຕ່ຍາກທີ່ຈະເຂົ້າໃຈ. ສິລະປິນ ບຸ່ຍວັນຕື້ ໄດ້ໄຂຄວາມໃນໃຈອອກມາວ່າ ການທຸ່ມກາຍ ທຸ່ມໃຈ, ຊອກຄົ້ນຮູບແບບສິລະປະໃໝ່ນີ້ ຂອງທ່ານ ຈະສ້າງແຮງ ບັນດານໃຈ ໃຫ້ໄວໜຸ່ມ ກ່ຽວກັບຄວາມປາດຖະໜາ ຢາກຊອກຫາ ເສັ້ນທາງສະເພາະເປັນຂອງຕົນເອງ.

 

ການປະດິດ​ສ້າງ​ໄດ້ຜົນງານໜຶ່ງ​ ແມ່ນບໍ່​​ງ່າຍ, ຮຽກຮ້ອງ​ໃຫ້​ສິລະປິນ ຕ້ອງມີຄວາມ​ອົດທົນ ​ແລະ ມີ​ຄວາມ​ພິຖີພິຖັນຢ່າງສູງເຊັ່ນ: ໄມ້ ເປັນວັດຖຸເນື້ອແຂງ, ມີລາຄາສູງ. ໃນຂະບວນການເຮັດ, ຖ້າຜິດ ພາດ ພຽງໜ້ອຍດຽວ, ບາງຄັ້ງ ກໍ່ຕ້ອງປະຖິ້ມທັງໝົດ. ສຳລັບວັດຖຸ ທ່ີເປັນດິນເຜົາ, ທ່ານ ຕື້​ ຕ້ອງ​ປັ້ນເປັນຮູບ​ຮ່າງ​ແລ້ວ ​ຕາກ​ແດດ​ໃຫ້​ແຫ້ງ​ ເປັນ​ເວ​ລາໜຶ່ງເດືອນ​ ກ່ອນ​ຈະນຳໄປເຜົາ. ໃນເວລາເຜົາ ຕ້ອງ ໄດ້ຕິດຕາມ, ແກ້ໄຂຍ່າງຕໍ່ເນື່ອງ ຍ້ອນວັດຖຸນີ້ມັກ ບິດບ້ຽວ ໃນ ອຸ່ນ ຫະພູມສູງ.

 

ປີ 2022, ງານ​ວາງສະ​ແດງ “​ແສງ​ແຫ່ງຄວາມ​ຮູ້” ແມ່ນໜຶ່ງ​ໃນ​ບັນ ດາ​ເຫດການ​ໃຫຍ່​ທີ່​ສຸດ ​ຂອງ​ສິລະປິນ ບຸ່ຍ​ວັນ​ຕື້ ພາຍຫຼັງ​ກວ່າ ໜຶ່ງ ທົດ​ສະ​ວັດ​ ໄດ້ຢຶດໝັ້ນກັບ​ຮູບ​ແບບ​ສິລະ​ປະ​ ທີ່​ເປັນ​ເອກະລັກ​ນີ້.ງານ​ວາງສະ​ແດງ​ຄັ້ງ​ນີ້​ ໄດ້​ຮວບຮວມນຳ​ສະເໜີ 12 ຜົນງານ ຊຶ່ງປະ ກອບ​ດ້ວຍ​ຮູບ ຂອງ ນັກວິທະຍາສາດ, ນັກ​ຈິດຕະກອນ ​ແລະ ນັກ​ດົນຕີ​ ທີ່​ມີ​ຊື່​ສຽງ​ລະດັບໂລກ 12 ຄົນເຊັ່ນ: Albert Einstein, Nikola Tesla, Leonardo da Vinci, Ludwig van Beethoven... ໃນງານ​ວາງສະ​ແດງ, ສິລະປິນ ບຸ່ຍວັນຕື້ ໄດ້​ກ່າວ​ວ່າ: “ຂ້າພະ​ເຈົ້າ​ມັກ​ຊອກ​ຫາ ​ການສະແດງ​ໃໝ່ ໃຫ້ແຕ່ລະເລື່ອງລາວ ເປັນປະຈຳ. ຂ້າພະ​ເຈົ້າ ພົບເຫັນ​ແຮງ​ບັນດານ​ໃຈ​ ຕໍ່ແສງ​ສະຫວ່າງ ຊຶ່ງ ແມ່ນສິ່ງ ທີ່ເຮັດໃຫ້ຂ້າພະເຈົ້າຕິດອົກຕິດໃຈ. ບັນດາ​ຜົນງານ ​ໃນ​ງານ​ວາງສະ​ແດງຄັ້ງນີ້ ແມ່ນຈິດວິນຍານ ຂອງ ຂ້າພະເຈົ້າ”. ນັກ​ສິລະປິນ ໜຸ່ມ 9X ບຸ່ຍ​ວັນ​ຕື້ ​ໄດ້​ອະທິບາຍ​ວ່າ ຮູບ ຂອງ ແຕ່ລະ ຄົນ ແມ່ນ​ຜົນງານໜຶ່ງດຽວ ​ອັນລໍ້າຄ່າ​ ຊຶ່ງເປັນການເຕົ້າໂຮມຂອງ ສາມປັດໄຈເຊັ່ນ: ເວລາ, ພ້ືນທ່ີ ​ແລະ ຈິດສຳນຶກ. ດັ່ງນັ້ນ, ການສະ ແດງອອກຜົນງານ ກ່ຽວກັບຮູບຄົນ ສະບັບໜຶ່ງ ບໍ່ພຽງແຕ່  “ແມ່ນ ການວາດພາບໃບໜ້າ” ຢ່າງລາຍລະອຽດເທົ່ານັ້ນ. ສິລະປິນ ຕ້ອງ ສະແດງໃຫ້ເຫັນ ໄດ້ບຸກຄະລິກກະພາບ ຂອງ ຕົວລະຄອນ, ສະ​ແດງ​ໃຫ້​ເຫັນຄວາມຜັນແປປ່ຽນແປງໃນຊີວິດ ຂອງເຂົາເຈົ້າອ​ີກດ້ວຍ. 

ປະຕິມະກໍາ ສະຫຼັກແສງ ສ້າງເປັນຮູບ Archimedes. ພາບ: ເຈິ່ນແທງຢາງ


ສ້າງ​ຂີດ​ໝາຍ​ໃໝ່​ໃຫ້​ແກ່​ແຜນ​ທີ່​ ສິ​ລະ​ປະ​ໂລກ” ແມ່ນ​ວິ​ໄສ​ທັດ​ທີ່​ສິລະປິນ ບຸ່ຍ​ວັນ​ຕື້ ໄດ້​ສ້າງ​ສຳ​ລັບ​ເຄື່ອງໝາຍການຄ້າ “​ສະຫຼັກ​ແສງ” ດ້າຍຫວຽດ.

 

ສິລະປິນ ບຸ່ຍ​ວັນ​ຕື້ ໃຫ້ຮູ້ວ່າ “ສະຫຼັກແສງ” ແມ່ນ​ ​ຊື່​ທີ່​ ນັກສິລະປິນ ໜຸ່ມ 9X ຄົນ​ນີ້ ຕັ້ງ​ໃຫ້​ກັບ​ຮູບ​ແບບ​ສິລະ​ປະ​ໃໝ່​ທີ່​ແຕກ​ຕ່າງ​. ບຸ່ຍວັນຕື້ ຍັງເປັນຜູ້ທຳອິດ ແລະ ໜຶ່ງດຽວ ຂອງ ຫວຽດນາມ ທຳການຄົ້ນຄວ້າ ແລະ ພັດທະນາ ສິລະປະ ການແກະສະຫຼັກແສງ.


 

ບົດ: ຖາວວີ - ພາບ: ເຈິ່ນແທງຢາງ - ແປໂດຍ: ບິກລຽນ

 

 


top