ເພື່ອຂຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ບັນດາໂຮງລະຄອນໄດ້ພ້ອມກັນຈັດກິດຈະກຳສິລະປະທີ່ໂດດເດັ່ນຫຼາຍລາຍການ ເພື່ອເປີດການສະແດງໃຫ້ປະຊາຊົນເຂົ້າຊົມໂດຍບໍ່ເສຍຄ່າ.
ໂຮງລະຄອນລະຄອນເວທີ ຫວຽດນາມ ໄດ້ຈັດລາຍການສະແດງລະຄອນເລື່ອງ “ສິ່ງທີ່ຍັງເຫຼືອຢູ່” (ໃນຄືນວັນທີ 10 ມັງກອນ ຢູ່ທີ່ໂຮງລະຄອນ) ແລະ ລາຍການສິລະປະ “ປະທານໂຮ່ຈີມິນ - ຄວາມຮັກອັນກວ້າງໃຫຍ່ໄພສານ” (ໃນຄືນວັນທີ 25 ທັນວາ ຢູ່ຫໍພິພິທະພັນໂຮ່ຈີມິນ). ບັນດາຜົນງານດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນສ້າງບັນຍາກາດທາງດ້ານວັດທະນະທຳທີ່ສະຫງ່າງາມ ແລະ ມີຄວາມໝາຍເທົ່ານັ້ນ, ແຕ່ຍັງແຜ່ຂະຫຍາຍຄຸນຄ່າທາງດ້ານແນວຄິດ ແລະ ມະນຸດສະທຳຢ່າງກວ້າງຂວາງສູ່ມວນຊົນ.
ສາກໜຶ່ງໃນລະຄອນເລື່ອງ "ສິ່ງທີ່ຍັງເຫຼືອຢູ່" ຂອງໂຮງລະຄອນລະຄອນເວທີຫວຽດນາມ. ພາບ: ໂຮງລະຄອນສະໜອງໃຫ້
ລາຍການສິລະປະ "ປະທານໂຮ່ຈີມິນ - ຄວາມຮັກອັນກວ້າງໃຫຍ່ໄພສານ". ພາບ: ໂຮງລະຄອນສະໜອງໃຫ້
ບັນດາບົດເພງທີ່ໄດ້ຮັບການຄັດເລືອກເພື່ອສະແດງໃນລາຍການສິລະປະພິເສດຄັ້ງນີ້. ພາບ: ໂຮງລະຄອນໄວໜຸ່ມ ຫວຽດນາມ
ຄຽງຂູ່ກັນນັ້ນ, ບັນດາບົດເພງທີ່ໄດ້ນຳເຂົ້າໃນການສະແດງ ແມ່ນໄດ້ຜ່ານການຄັດເລືອກ ແລະ ຮຽບຮຽງຢ່າງລະອຽດ, ເຊິ່ງປຽບດັ່ງຂົວຕໍ່ ແລະ ທັງເປັນການປຸກຈິດສຳນຶກກ່ຽວກັບສະຖານທີ່ທີ່ເພິ່ນເຄີຍດຳລົງຊີວິດ ແລະ ເຮັດວຽກ; ພ້ອມກັນນັ້ນ ກໍຍັງໄດ້ສະແດງໃຫ້ເຫັນເຖິງນ້ຳໃຈຮັກແພງຂອງຄົນຮຸ່ນໜຸ່ມທີ່ມີຕໍ່ທ່ານປະທານໂຮ່ຈີມິນ ຜູ້ນຳທີ່ເຄົາລົບຮັກ. ໂດຍສະເພາະແມ່ນການສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງເພິ່ນທີ່ມີຕໍ່ຄົນຮຸ່ນໜຸ່ມ ດ້ວຍຄວາມຮູ້ສຶກອັນເລິກເຊິ່ງ ແລະ ຄວາມມຸ່ງມາດປາດຖະໜາອັນແຮງກ້າ ທີ່ອອກມາຈາກຫົວໃຈອັນເຕັມໄປດ້ວຍຄວາມຮັກຊາດຮັກປະຊາຊົນຢ່າງດູດດື່ມ.