ສິລະປະ

ສິລະປະ ແກະສະຫຼັກ ແສງສະຫວ່າງ

ເດີມເປັນນັກວິສາວະກອນ ກໍ່ສ້າງ, ແຕ່ຍ້ອນມີຄວາມຫຼົງໄຫຼ ກັບ ສິລະປະ ແລະ ການປະດິດສ້າງ, ທ່ານ ບຸ່ຍວັນຕື້, ຜູ້ອຳນວຍການ ດ້ານປະດິດສ້າງ ຂອງ ສູນວາງສະແດງ “ໜຶ່ງບໍ່ມີສອງ 1102” ໄດ້ ທຳການຄົ້ນຄວ້າ ດ້ວຍຄວາມ ຢາກຮູ້ຢາກເຫັນ ແລະ ປະດິດສ້າງອອກ ວິຊາສິລະປະໃໝ່ ທີ່ໃສ່ຊື່ ແກະສະຫຼັກແສງສະຫວ່າງ. 
ສະໄໝເປັນນັກສຶກສາ, ເມື່ອໄປເຮັດວຽກເພີ່ມ ກ່ຽວກັບ ການສ້າງ ແລະ ປະດັບປະດາຮູບພາບພູຜາ, ທິວທັດຂະໜາດນ້ອຍ, ມີຄັ້ງໜຶ່ງ ທ່ານໄດ້ສັງເກດເຫັນ ເງົາຂອງ ຮູບພູຂະໜາດນ້ອຍ ປະກົດ ຢູ່ ເທິງຝາຜະໜັງ ມີຄວາມຄືກັນອ້ອຍຕ້ອຍ ກັບຮູບໂຕໝີ, ຫຼັງຈາກນັ້ນ ທ່ານໄດ້ລົງມືຄົ້ນຄວ້າ ຊອກຫາດ້ວຍຕົນເອງ ແລະ ເກີດແນວຄວາມຄິດ ປະສົມປະສານ ກັບແສງສະຫວ່າງ ເພື່ອສ້າງເປັນ ຮູບແບບສິລະປະສ້າງຮູບອັນໜຶ່ງ.

ເບື້ອງຕົ້ນ, ທ່ານ ຕື້ ປະຕິບັດການປະດິດແຕ່ງທີ່ໃສ່ຊື່ “ຜູ້ເປັນແມ່” ດ້ວຍວັດຖຸ ແມ່ນຊີມັງ ກັບການສ້າງຮູບ ແມ່ນົກ ປ້ອນເຫຍື່ອລູກ, ແຕ່ເມື່ອສາຍໂຄມໄຟເຂົ້າ ຈະກາຍເປັນ ຮູບພາບ ຜູ້ເປັນແມ່ ກຳລັງ ອູ້ມລູກ. ແຕ່ວ່າ, ທຸກຢ່າງທຸກສິ່ງທຸກຢ່າງ ບໍ່ຖືກກັບ ຄວາມນຶກຄິດ ຂອງທ່ານ ໃນເບື້ອງຕົ້ນ ຄືໃຊ້ແສງສະຫວ່າງ ເພື່ອພັນລະນາຄວາມໝາຍ ຂອງ ຜົນງານປະດິດແຕ່ງ. ທ່ານຈຳຕ້ອງເຮັດໄປເຮັດມາ ຫຼາຍເທື່ອ ໃຊ້ເວລາ 4 ເດືອນ ຈຶ່ງສຳເລັດ.

ປີ 2014, ທ່ານ ບຸ່ຍວັນຕື້ ໄດ້ເຂົ້າຮ່ວມລາຍການ “ຊອກຫາ ຜູ້ມີ ຄວາມສາມາດ ຫວຽດ” (Vietnam Got Talent) ກັບສາກ ການ ສະແດງສິລະປະແກະສະຫຼັກແສງສະຫວ່າງ ແລະໄດ້ດຶງດູດຄວາມ ສົນໃຈ ຫຼາຍພໍຄວນ. ໃນຈຸດເວລານັ້ນ, ທ່ານ ຫາກໍເສັງຈົບ ມະຫາວິ ທະຍາໄລກໍ່ສ້າງ ແລະ ມີຄວາມປາດຖະໜາ ນຳສິລະປະ ແກະສະຫຼັກແສງສະຫວ່າງນີ້ ເຂົ້າສູ່ ການອອກແບບ ໝູນໃຊ້ ໃນການປະດັບປະດາ ພາຍໃນເຮືອນ. ດ້ວຍເຫດນັ້ນ, ທ່ານ ໄດ້ ທໍາການຄົ້ນຄວ້າ ກັບວັດຖຸ ດ້ວຍໄມ້ ແລະ ຮອດປີ 2016, ທ່ານ ຕື້ໄດ້ທຳການປະດິດສ້າງ ກັບວັດຖຸແມ່ນເຄື່ອງປັ້ນດິນເຜົາຕື່ມອີກ.



ທ່ານ ບຸ່ຍວັນຕື້ - ຜູ້ອໍານວຍການດ້ານປະດິດສ້າງ ສູນວາງສະແດງ “ມີໜຶ່ງບໍ່ມີສອງ 1102” ຊຶ່ງເປັນຜູ້ໄດ້ສຸມກໍາລັງໃຈ
ແລະ ເຫື່ອແຮງ ເພື່ອປະດິດສ້າງອອກ ສິລະປະແກະສະຫຼັກ ແສງສະຫວ່າງ. 



ແກະສະຫຼັກແສງສະຫວ່າງ ເປັນຮູບແບບ ສິລະປະ ຊຶ່ງໄດ້ສະແດງ ອອກມາ ຈາກການປະສົມປະສານ
ລະຫວ່າງ ສິລະປະການແກະ ສະຫຼັກມູນເຊື້ອ ກັບ ແສງສະຫວ່າງຄົງທີ່.



ບັນດາບາດກ້າວທຳອິດ ໃນການສະແດງ ສ່ວນເນື້ອໃນ ຂອງ ຜົນ ການປະດິດແຕ່ໜຶ່ງ ກ່ຽວກັບຫົວຂໍ້ ດ້ານຄວາມເຊື່ອຖືທາງຈິດໃຈ ຂອງ ທ່ານ ບຸ່ຍວັນຕື້. 


ຜົນການແກະສະຫຼັກແສງສະຫວ່າງ ແຕ່ລະສິ້ນ ຕ້ອງໃຊ້ເວລາ ປະຕິບັດ ສະເລ່ຍສອງສາມເດືອນຈຶ່ງສຳເລັດ. 


ບັນດາລາຍແຕ້ມ ຢູ່ ເທິງຜົນການປະດິດແຕ່ງ ຕ້ອງມີຊີວິດຊີວາ, ທັງສະແດງໄດ້ເນື້ອໃນໃດໜຶ່ງ ເມື່ອສ່ອງແສງສະຫວ່າງ ເຂົ້າໄປ.


ນອກຈາກ ການໃຊ້ວັດຖຸ ເປັນເຄື່ອງປັ້ນດິນເຜົາແລ້ວ ທ່ານ ຕື້ ຍັງ ໃຫ້ການແກະສະຫຼັກ ຢູ່ເທິງໄມ້ ອີກດ້ວຍ. 


ທ່ານ ຕື້ ໃຫ້ຮູ້ວ່າ ການປະຕິບັດ ດ້ວຍໄມ້ ແມ່ນຍາກທີ່ສຸດ, ຖ້າເຮັດ ຜິດ ພຽງແຕ່ໜ້ອຍດຽວ ຕ້ອງຖິ້ມໄມ້ທັງໝົດ.


ສິລະປະແກະສະຫຼັກແສງສະຫວ່າງ ຮຽກຮ້ອງ ຜູ້ປະຕິບັດ ຕ້ອງມີ ຈິນຕະນາການດ້ານຮູບພາບ ແລະ ການວາດນຶກທີ່ດີ ຈຶ່ງສາມາດ
ເຮັດໃຫ້ ບັນດາທ່ອນໄມ້ທີ່ບໍ່ມີຊີວິດຊີວາ ໃນເບື້ອງຕົ້ນ ກາຍເປັນ ຮູບຊົງທີ່ມີ ຊີວິດຊີວາ. 

 
ຕາມທ່ານ ບຸ່ນວັນຕື້, ແກະສະຫຼັກແສງສະຫວ່າງ ເປັນຮູບແບບ ສິລະປະໜຶ່ງ ຊຶ່ງໄດ້ສະແດງອອກມາ ຈາກການປະສົມປະສານ ລະຫວ່າງ ການແກະສະຫຼັກມູນເຊື້ອ ກັບແສງສະຫວ່າງຄົງທີ່. ຜ່ານນັ້ນສ້າງເປັນບັນດາຮູບພາບ ທີ່ເປັນເອກະລັກ ຈາກເງົາ ຂອງວັດຖຸພັນ ທີ່ໄດ້ຜ່ານການແກະສະຫຼັກມາແລ້ວ. ກ່ອນປະຕິບັດ ການປະດິດແຕ່ງແກະສະຫຼັກແສງສະຫວ່າງໜຶ່ງ, ທ່ານ ຕື້ ຕ້ອງ ແຕ້ມວາດຈຸດພື້ນຖານກ່ຽວກັບເງົາ ທີ່ຕົວເອງ ຢາກເຮັດມາກ່ອນ ແລ້ວ ກຳນົດໂຄງປະກອບ ແລະ ມາດຕະສ່ວນຂອງມັນ ຢ່າງຈະແຈ້ງ,  ເມື່ອສຳເລັດ ຜົນການປະດິດແຕ່ງຈະບໍ່ຜິດ ຫຼື ປ່ຽນຮູບໄປ.

ການແກະສະຫຼັກ ດ້ວຍໄມ້ ແລະ ເຄື່ອງປັ້ນດິນເຜົາ ຕ່າງກໍມີອັນ ຍາກສະເພາະ. ໄມ້ເປັນວັດຖຸດິບ, ມີມູນຄ່າດ້ານເສດຖະກິດສູງ, ໃນການປະຕິບັດ ຖ້າເຮັດຜິດ ພຽງແຕ່ໜ້ອຍດຽວ ຂອງ ລາຍລະອຽດ ກໍ່ເທົ່າກັບວ່າ ຖິ້ມທັງຂອນ ແລະ ຕ້ອງເລີ່ມຕົ້ນເຮັດຄືນໃໝ່. ສ່ວນເຄື່ອງປັ້ນ ດິນເຜົາ ການສ້າງຮູບຈະຍາກກວ່າ ການສ້າງຮູບ ດ້ວຍໄມ້ ຍ້ອນລະດັບ ການປ່ຽນຮູບ ຂອງ ເຄື່ອງປັ້ນດິນເຜົາ ແມ່ນ ຢູ່ອຸ່ນຫະພູມ 1250 ອົງສາເຊ. ຍ້ອນເຫດຜົນດັ່ງກ່າວເຮັດໃຫ້ ທ່ານ ຕື້ ຕ້ອງທຸ້ມເທເວລາ ແລະ ເຫື່ອແຮງ ເພື່ອການຄົ້ນຄວ້າ ແລະ ທົດລອງຫຼາຍຄັ້ງ. ຕາມທຳມະດາ, ການປັ້ນຮູບປັ້ນ ຈະໃຊ້ເວລາໜຶ່ງເດືອນ, ການຕາກແຫ້ງຕ້ອງ ຕື່ມອີກໜຶ່ງເດືອນແລ້ວ ຈຶ່ງນຳໄປເຜົາ. ໃນຕະຫຼອດເວລານັ້ນ ຕ້ອງເອົາໃຈໃສ່ ແລະ ປັບແປງສ່ວນ ລາຍລະອຽດ ຂອງຮູບປັ້ນຢູ່ສະເໝີ ເພື່ອເຮັດໃຫ້ ຜົນການປະດິດແຕ່ງໄດ້ພໍດີເໝາະສຸດ.

ຫຼັງຈາກຕັ້ງໃຈຄົ້ນຄວ້າ ແລະ ປະດິດສ້າງເປັນເວລາ 4 ປີ, ມາຮອດ ປັດຈຸບັນ ທ່ານຕື້ ໄດ້ປະຕິດບັດສຳເລັດ ຜົນການປະດິດແຕ່ງ ຈາກ ໄມ້ ແລະ ເຄື່ອງປັ້ນດິນເຜົາ ປະມານ 15 ສິ້ນ. ແລ້ວແຕ່ ຄວາມຮຽກຮ້ອງຕ້ອງການ ຂອງລູກຄ້າ, ຜົນການປະດິດແຕ່ງ ສິ້ນໜຶ່ງ ຕ້ອງໄດ້ປະຕິບັດ ໃຊ້ເວລາປະມານ 2 - 4 ເດືອນ, ຊຶ່ງມີມູນຄ່າ ແຕ່ 30 – 80 ລ້ານດົ່ງ. ຜົນການປະດິດແຕ່ງ ແຕ່ລະສິ້ນນັ້ນ ຕ່າງກໍໄດ້ ຕັ້ງຊື່, ພ້ອມທັງມີເນື້ອໃນສານຕິດໄປພ້ອມ. 


ຜົນການປະດິດແຕ່ງເປັນທ່ີສຸດ ຂອງ ທ່ານ ຕື້ ໄດ້ຮັບການແກະສະ ຫຼັກ ຢູ່ເທິງໄມ້ ກ່ຽວກັບຮູບພາບ ປະທານ ໂຮ່ຈີມິນ. 


ຜົນການປະດິດແຕ່ງກ່ຽວກັບ ປະທານ ໂຮ່ຈີມິນ. ຜົນການປະດິດແຕ່ງກ່ຽວກັບ ພົນເອກ ຫວໍງວຽນຢ໋າບ.


Tác phẩm Đại tướng Võ Nguyên Giáp.


ຜົນການປະດິດແຕ່ງກ່ຽວກັບ ຄວາມເຊື່ອຖືທາງດ້ານຈິດໃຈ ຂອງ ທ່ານ ບຸ່ຍວັນຕື້. 

ບົດ: ເງິນຮ່າ - ພາບ: ແຄ໋ງລອງ


top