ຂ່າວສານ

ສິນ​ຄ້າ ຕູ້ container ຜ່ານ​ທ່າ​ກຳ​ປັ່ນ​ທະ​ເລ ຫວຽດ​ນາມ ເພີ່ມ​ຂຶ້ນ​ທົບ 2 ເທົ່າ​ພາຍຫຼັງ 7 ປີ

ໃນໄຕມາດທີ 1 ປີ 2023, ຈຳນວນສິນຄ້າຜ່ານທ່າກຳປັ່ນທະເລ ຫວຽດນາມ ບັນລຸກ່ວາ 165 ລ້ານໂຕນ, ສະເພາະສິນຄ້າຕູ້ container ມີຈຳນວນເກືອບ 53 ລ້ານໂຕນ, ບັນລຸປະມານ 20%ແຜນການຂອງປີ.
  ທ່າກຳປັ່ນຢູ່ ຫວຽດນາມ  

ວັນທີ 22 ພຶດສະພາ, ກົມການເດີນເຮືອ ຫວຽດນາມ ໃຫ້ຮູ້ວ່າ ຈຳນວນສິນຄ້າ ຕູ້container ຜ່ານດ່ານທະເລຫວຽດນາມ ໄດ້ມີການພັດທະນາຢ່າງແຮງໃນໄລຍະຜ່ານມາ, ພິເສດແມ່ນໃນໄລຍະ 2015 - 2022. ປີ 2015, ຈຳນວນຕູ້ container ຜ່ານທ່າກຳປັນບັນລຸ 126,3 ລ້ານໂຕນ, ຕົວເລກນີ້ຂຶ້ນກ່ວາ 243 ລ້ານໂຕນ, ເພີ່ມຂຶ້ນທົບ 5%ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2021 ແລະ ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບ 7 ປີກ່ອນ. ໃນໄຕມາດທີ 1 ປີ 2023, ຈຳນວນສິນຄ້າຜ່ານທ່າກຳປັ່ນທະເລ ຫວຽດນາມ ບັນລຸກ່ວາ 165 ລ້ານໂຕນ, ສະເພາະສິນຄ້າຕູ້ container ມີຈຳນວນເກືອບ 53 ລ້ານໂຕນ, ບັນລຸປະມານ 20%ແຜນການຂອງປີ.

ໃນການວາງແຜນກຳນົດສັງລວມພັດທະນາລະບົບທ່າກຳປັນ ຫວຽດນາມ ໄລຍະ 2021 – 2030 , ວິໄສທັດຮອດປີ 2050, ກົມການເດີນເຮືອ ຫວຽດນາມ ຄາດວ່າຮອດປີ 2030, ຄວາມຕ້ອງການສິນຄ້າຜ່ານທ່າກຳປັ່ນທະເລຂອງ ຫວຽດນາມ ຈະບັນລຸ 1.422 ລ້ານໂຕນ.


top