ສິລະປະ

ສິນລະປະການຈັດວາງ ເຕົ່າທະເລ ດ້ວຍດິນເຜົາ

ເຕົ່າທະເລ ທີ່ເຮັດດ້ວຍດິນເຜົາກວ່າ 1.000 ໂຕ ພວມ “ລອຍ” ໃນອາວະກາດ ຂອງ ງານວາງສະແດງ “ຟຽວ” ໄດ້ດຶງດູດຄວາມສົນໃຈ ຂອງ ຜູ້ມາຢ້ຽມຊົມ ເປັນຈຳນວນຫຼວງຫຼາຍ. ນີ້ແມ່ນຜົນ ງານສິລະປະ ທີ່ເປັນເອກະລັກສະເພາະ ຂອງ ນັກສິລະປິນ ກາວແທງທ່າ, ເພື່ອແນໃສ່ຖ່າຍທອດສານ ກ່ຽວກັບຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມທາງທະເລ ແລະ ເຕົ່າທະເລ. ເຕົ່າທະເລ ທີ່ເຮັດດ້ວຍດິນເຜົາກວ່າ 1.000 ໂຕ ພວມ “ລອຍ” ໃນອາວະກາດ ຂອງ ງານວາງສະແດງ “ຟຽວ” ໄດ້ດຶງດູດຄວາມສົນໃຈ ຂອງ ຜູ້ມາຢ້ຽມຊົມ ເປັນຈຳນວນຫຼວງຫຼາຍ. ນີ້ແມ່ນຜົນ ງານສິລະປະ ທີ່ເປັນເອກະລັກສະເພາະ ຂອງ ນັກສິລະປິນ ກາວແທງທ່າ, ເພື່ອແນໃສ່ຖ່າຍທອດສານ ກ່ຽວກັບຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມທາງທະເລ ແລະ ເຕົ່າທະເລ.
ໂດຍ​ສິລະປະການຈັດວາງ, ​ເຕົ່າ​ທະ​ເລ 1001 ​ໂຕ​ ໃນ​ງານ​ວາງສະ​ແດງ​ແມ່ນ 1001 ຜົນງານ​ການປະດິດແຕ່ງທີ່​ເປັນ​ເອກະລັກ​ສະ​ເພາະ. ພາບ: ແຄ໋ງລອງ/VNP

ດ້ວຍການສະໜັບສະໜູນດ້ານວິຊາຊີບຂອງ IUCN ຫວຽດນາມ ແລະ ໂຄງການ Born to be wild, “ຟຽວ” ໄດ້ນຳເອົາເຕົ່າທະເລເຮັດດ້ວຍດິນເຜົາ 1.001 ໂຕ ມາເລົ່າເລື່ອງກ່ຽວກັບການເດີນ ທາງ ເລີ່ມແຕ່ການເກີດ, ລອດຕາຍ ຈົນເຖິງເວລາໃຫຍ່ເຕັມຕົວແລ້ວກັບຄືນສູ່ຖິ່ນກໍາເນີດ ເພື່ອວາງໄຂ່, ສ້າງຊີວິດໃໝ່.

ເປັນທີ່ຮູ້ກັນວ່າ ນີ້ແມ່ນຕົວເລກສະຖິຕິ ທີ່ບໍ່ມີນັກສິລະປິນໃດເຮັດໄດ້ມາກ່ອນ. ແຕ່ວ່າ, ຕົວເລກດັ່ງກ່າວ ບໍ່ໄດ້ຖືກເລືອກໂດຍຜູ້ຂຽນເພື່ອສ້າງສະຖິຕິ, ແຕ່ເລິກເຊິ່ງຍິ່ງກວ່ານັ້ນ ແມ່ນມາຈາກອັດຕາການລອດຕາຍ ຕໍ່າຫຼາຍຂອງ 1/1000 ໂຕເຕົ່າທະເລ, ກໍ່ຄືຄວາມສ່ຽງຕໍ່ການສູນພັນ ຂອງ ສັດປະເພດນີ້ ທີ່ໄດ້ບັນທຶກໃນປຶ້ມປົກແດງ ຂອງ IUCN.

ເຕົ່າທະເລທີ່ເປັນເອກະລັກໄດ້ຖືກຈັດລຽງຢ່າງປະທັບໃຈໃນຜົນງານການປະດິດແຕ່ງ “ສະແສນຳ້ໄຫຼຢູ່ທະເລ”. ພາບ: ແຄ໋ງລອງ/VNP

ບັນດາຜົນງານການປະດິດແຕ່ງ ໄດ້ຖືກວາງສະແດງຢູ່ໃນຫົກກຸ່ມສິລະປະ ຂອງ ການຈັດວາງ ຄື: “ມະຫາສະໝຸດ ທີ່ສວຍງາມ”, “ຫວ່າງເວຫາທີ່ແທ້ຈິງ”, “ອະນາຄົດ”, “ກະແສນໍ້າຢູ່ທະເລ”, “ນ້ໍາວົນຢູ່ໃຕ້ດິນ” ແລະ “ກັບຄືນ”. ນອກຈາກນັ້ນ, ພາຍໃນຂອບເຂດຂອງ ງານວາງສະແດງ, ຍັງມີກິດຈະກໍາ ປະສົບການຕ່າງໆ ເພື່ອໃຫ້ນັກທ່ອງທ່ຽວ ເຂົ້າໃຈເຖິງຄຸນຄ່າ ແລະ ການອະນຸລັກຮັກສາເຕົ່າທະເລ.

ເຕົ່າທະເລ ແຕ່ລະໂຕ ແມ່ນເຮັດດ້ວຍມືຈາກ ດິນເຜົາ, ມີຮູບຮ່າງ ແລະ ຂະໜາດແຕກຕ່າງກັນ, ສະແດງໃຫ້ເຫັນເຖິງການເດີນທາງຜະຈົນໄພຂອງເຕົ່າທະເລ ໃນມະຫາສະໝຸດ ທີ່ກວ້າງໃຫຍ່ໄພ ສານ. ນອກຈາກນັ້ນ, ງານວາງສະແດງ ຍັງຈັດວາງສະແດງຮູບ ແຕ້ມ ກ່ຽວກັບຊີວິດຂອງເຕົ່າທະເລ, ຊ່ວຍໃຫ້ຜູ້ຊົມເຂົ້າໃຈໄດ້ດີຍິ່ງຂຶ້ນ ກ່ຽວກັບຄວາມສ່ຽງທີ່ສັດຫາຍາກເຫຼົ່ານີ້ ກໍາລັງປະເຊີນໜ້າ.


ແບ່ງປັນກ່ຽວກັບແນວຄວາມຄິດ ຂອງ ງານວາງສະແດງນີ້, ນັກສິລະປິນ ກາວແທງທ່າ ໃຫ້ຮູ້ວ່າ: “ຟຽວ” ເລົ່າເລື່ອງກ່ຽວກັບການເດີນທາງຜະຈົນໄພ ຂອງ ເຕົ່າທະເລ, ຕັ້ງແຕ່ມື້ເກີດ, ການລອດຕາຍ, ການຢູ່ໃນມະຫາສະໝຸດ, ໄປຈົນເຖິງຈຸດເລີ່ມຕົ້ນ ຂອງ ມື້ ຕໍ່ໆ ໄປ ລ່ອງລອຍຕາມກະແສນ້ຳ ໃນມະຫາສະໝຸດ. 

ນັກ​ສິລະ​ປິນ ກາວ​ແທງທ່າ ​ແບ່ງປັນ​ຕື່ມ​ວ່າ: “ຂ້າພະ​ເຈົ້າ​ຫວັງ​ວ່າ ຜ່ານ​ງານ​ວາງສະ​ແດງ​ຄັ້ງ​ນີ້, ​ສາມາດ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ​ ກ່ຽວ​ກັບ​ຄວາມ​ສຳຄັນ​ ຂອງ ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທາງທະ​ເລ ​ແລະ ເຕົ່າ​ທະ​ເລ. ​ເຕົ່າ​ທະ​ເລ ​ແຕ່ລະ​ໂຕ ທີ່ເຮັດດ້ວຍດິນເຜົາ ​ແມ່ນ​ການ​ຕັກເຕືອນ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ ​ພວກ​ເຮົາ​ໃນ​ການ​ຮັກສາ​ຄວາມ​ງາມ​ຂອງ​ ທຳ​ມະ​ຊາດ”.


ນັກ​ສິລະ​ປິນ ກາວ​ແທງ​ທ່າ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ສິລະ​ປະ​ ຢູ່​ບັນດາ​ເຂດ​ແຄມ​ທະ​ເລ ​ຂອງ​ ຫວຽດນາມ ຄື:

- ໂຄງ​ການ​ສ້າງ​ຮູບ​ແບບ​ສິ​ລະ​ປະ ​ຈາກ​ຖັງ​ຂີ້​ເຫຍື້ອ ​ແລະ​ ໂຟມ​ຢູ່​ອ່າວ ບ໋າຍຕື້ລອງ, ແຂວງ ກວາງ​ນິງ ໃນປີ 2018.

​- ໂຄງການ “​ມະຫາສະໝຸດ ລອຍ​ຢູ່​ເທິງ​ບົກ” ທີ່​ເຮັດ​ຈາກຂີ້ເຫຍື້ອ​ສິ່ງ​ເສດ​ເຫຼືອ​ ຢູ່​ເຂດ​ອະນຸລັກຮັກສາ​ ເກາະ ຮ່ອນເກົາ,
ແຂວງ ບິ່ງ​ທ້ວນ ​ໃນ​ປີ 2019.

- ໂຄງການຕົກແຕ່ງ ຖະໜົນຄົນຍ່າງ ຢູ່ທ່າເຮືອ Ana Marina ຍາຈາງ ໃນຫົວຂໍ້ “ມະຫາສະໝຸດ” ໃຊ້ວັດສະດຸທີ່ນຳມາໃຊ້ໃໝ່

ຈາກສິ່ງເສດເຫຼືອ ປຼາສຕິກ ແລະ ເປັນມິດກັບ ສິ່ງແວດລ້ອມ ໃນປີ 2020.

​- ໂຄງການ​ອະນຸລັກຮັກສາ ​ເຕົ່າ​ທະ​ເລ ​ແລະ ປະດິດສ້າງ ​ສິລະ​ປະ​ຢູ່​ ໂກນດາວ ​ໃນ​ປີ 2021.

​- ໂຄງການ​ອະນຸລັກຮັກສາ​ເຕົ່າ​ທະ​ເລ ​ແລະ ປະດິດສ້າງ ​ສິລະ​ປະ​ຈາກ​ສິ່ງ​ເສດ​ເຫຼືອ ​ຢູ່​ເກາະ ​ຮ່ອນ​ເກົາ ​ໃນ​ປີ 2022.

 


 


ບົດ: VNP/ກົງດາດ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


 


top