ຂ່າວສານ

ສິນຄ້າສົ່ງອອກຫຼາຍປະເພດຂອງຫວຽດນາມບັນລຸການເຕີບໂຕຢ່າງແຮງ

      ໃນໄລຍະ 6 ເດືອນຕົ້ນປີ 2021, ການສົ່ງອອກບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງໄດ້ມີການຟື້ນຟູຢ່າງເຫັນໄດ້ຊັດ.
(ພາບປະກອບ)
      ຈາກຕົວເລກຂອງກະຊວງອຸດສາຫະກຳການຄ້າຫວຽດນາມ ສະແດງໃຫ້ເຫັນວ່າ, ໃນໄລຍະ 6 ເດືອນຕົ້ນປີ 2021, ການສົ່ງອອກບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງໄດ້ມີການຟື້ນຟູຢ່າງເຫັນໄດ້ຊັດ. ລະອຽດແມ່ນ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເຄື່ອງນຸ່ງຫົ່ມບັນລຸກວ່າ 15 ຕື້ USD, ເພີ່ມຂຶ້ນເກືອບ 15%, ເກີບໜັງບັນລຸກວ່າ 10 ຕື້ USD, ເພີ່ມຂຶ້ນເກືອບ 28%. ທ່ານ ເຈີ່ນແທງຫາຍ, ຮອງຫົວໜ້າກົມກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ໃຫ້ຮູ້ວ່າ:
        “ດ້ວຍທ່າຟື້ນຟູຂອງໂລກ, ພິເສດແມ່ນຕະຫຼາດອາເມລິກາ ແລະ ເອລົບ, ບັນດາຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງພວມຟື້ນຟູໃບສັ່ງຊື້. ປະຈຸບັນ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ພວມແມ່ນຂະແໜງປະກອບສ່ວນອັດຕາສ່ວນຫຼາຍຂອງການສົ່ງອອກ. ພິເສດ, ນີ້ກໍ່ແມ່ນຂະແໜງທີ່ນຳໃຊ້ແຮງງານຫຼາຍ, ປະກອບສ່ວນແກ້ໄຂບັນຫາຄົນງານ ກໍຄືຍົກສູງເສດຖະກິດສັງຄົມຢູ່ຫຼາຍທ້ອງຖິ່ນ”.
        ໃນຂະນະນັ້ນ, ຕາມສະມາຄົມຜັກ, ໝາກໄມ້ຫວຽດນາມ ແລ້ວ, ໄລ່ລວມໄລຍະ 6 ເດືອນຕົ້ນປີ 2021, ຍອດມູນຄ່າສົ່ງອອກຜັກ, ໝາກໄມ້ບັນລຸກວ່າ 2 ຕື້ USD, ເພີ່ມຂຶ້ນ 17,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຈີນ, ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນ 4 ຕະຫຼາດສົ່ງອອກຜັກ, ໝາກໄມ້ໃຫຍ່ທີ່ສຸດຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top