ຂ່າວສານ

ສິນຄ້າສາມາດຜ່ານດ່ານຂົວບັກລວນ II, ດ່ານຊາຍແດນສາກົນ ມ໊ອງກ໊າຍ, ກ໋ວາງນິງຄືນໃໝ່

      ສິນຄ້າສາມາດຜ່ານດ່ານຂົວບັກລວນ II, ດ່ານຊາຍແດນສາກົນ ມ໊ອງກ໊າຍຄືນໃໝ່ເລີ່ມແຕ່ວັນທີ 7 ກຸມພາ. ນີ້ແມ່ນໝາກຜົນຂອງການພົບປະເຈລະຈາທີ່ຜ່ານມາລະຫວ່າງ ອຳນາດການປົກຄອງນະຄອນ ມ໊ອງກ໊າຍ, ແຂວງກ໋ວາງນິງ (ຫວຽດນາມ) ແລະ ນະຄອນ ຕຸງຊິງ (ປະເທດຈີນ).

ເຈົ້າໜ້າທີ່ກວດພະຍາດຜູ້ເຂົ້າເມືອງຢູ່ ດ່ານຊາຍແດນ ກ໋ວາງນິງ (ພາບ: TTXVN)
      ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ມີການຊີ້ນຳກ່ຽວກັບການຮັບປະກັນການເຄື່ອນໄຫວນຳເຂົ້າ - ສົ່ງອອກ, ຂົນສົ່ງສິນຄ້າຜ່ານຊາຍແດນໄດ້ດຳເນີນຢ່າງເປັນປົກປະຕິ, ພ້ອມທັງຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ວຽກງານປ້ອງກັນ, ຕ້ານພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (ເຊື້ອພະຍາດ nCoV).
 (ແຫຼ່ງຄັດຈາກ VOV)
 


top