ຂ່າວສານ

ສິນຄ້າຜ່ານແດນຕົ້ນປີ 2026 ຢ່າງຄັບຄາໜາແໜ້ນ

ໃນມື້ທຳອິດຂອງປີໃໝ່ 2026, ມີລົດຂົນສົ່ງສິນຄ້າເກືອບ 1.200 ຄັນໄດ້ຜ່ານແດນຢູ່່ບັນດາດ່ານຊາຍແດນໃນບໍລິເວນແຂວງ ລ້າງເຊີນ.

ໃນນັ້ນ, ຍອດຈຳນວນປະລິມານຜະລິດຕະພັນກະເສດສົ່ງອອກແມ່ນປະມານກວ່າ 3.700 ໂຕນ, ນຳເຂົ້າປະມານເກືອບ 3.300 ໂຕນ. ການເຄື່ອນໄຫວສົ່ງອອກ - ນຳເຂົ້າສິນຄ້າຢູ່ບັນດາດ່ານຊາຍແດນໄດ້ດຳເນີນໄປເປັນປົກກະຕິ, ລຸລ່ວງ. ຕາມການສະຖິຕິ, ການເຄື່ອນໄຫວສົ່ງອອກ- ນຳເຂົ້າໄດ້ດຳເນີນໄປຢູ່ດ່ານຊາຍແດນສາກົນ ຮຶວງີ້ ເປັນຕົ້ນ. ທ່ານ ຮ່ວາງດິ່ງເຈືອງ, ຜູ້ຕາງໜ້າວິສາຫະກິດສົ່ງອອກ - ນຳເຂົ້າ, ໃຫ້ຮູ້ວ່າ:

“ບັນດາກຳລັງຢູ່ດ່ານຊາຍແດນໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດທີ່ສຸດ. ຂ້າພະເຈົ້າເຫັນວ່າ, ເມື່ອມີບັນດາພື້ນຖານການແອັບຫັນເປັນດີຈີຕອນ, ວິສາຫະກິດຈະມີຄວາມສະດວກຫຼາຍຂຶ້ນ. ອາດສາມາດຄວບຄຸມຈຳນວນປະລິມານສິນຄ້າຜ່ານແດນໄດ້, ໃນ 1 ເດືອນ ຫຼື 1 ປີ, ລ້ວນແຕ່ມີຕົວເລກລະອຽດ. ພ້ອມກັນນັ້ນ, ກໍ່ສາມາດກວດກາບັນດາຂັ້ນຕອນ, ລະບຽບການນັບແຕ່ເມື່ອລົດເລີ່ມເຂົ້າມາດ່ານຊາຍແດນຈົນຮອດຕອນອອກຈາກຊາຍແດນ”.


top