ຂ່າວສານ

ສິນຄ້າກວ່າ 236 ລ້ານໂຕນສົ່ງຜ່ານທ່າກ່ຳປັ່ນທະເລໃນເດືອນ ເມສາ

ສະເພາະເດືອນ ເມສາ 2022, ຍອດປະລິມານສົ່ງຜ່ານທ່າກ່ຳປັ່ນທະເລຄາດວ່າບັນລຸປະທານ 59 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ສະເພາະເດືອນ ເມສາ 2022, ຍອດປະລິມານສົ່ງຜ່ານທ່າກ່ຳປັ່ນທະເລຄາດວ່າບັນລຸປະທານ 59 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

    

ເດືອນ ເມສາ, ປະລິມານສົ່ງຜ່ານທ່າກ່ຳປັ່ນທະເລ ຄາດວ່າບັນລຸ 8 ລ້ານ TEUs. (ພາບປະກອບ: TTXVN)

ຕາມຕົວເລກສະຖິຕິຫຼ້າສຸດຂອງກົມການເດີນເຮືອ ຫວຽດນາມ ແລ້ວ, ໃນ 4 ເດືອນຕົ້ນປີ 2022, ຍອດປະລິມານສິນຄ້າສົ່ງຜ່ານບັນດາທ່າກ່ຳປັ່ນທະເລຂອງ ຫວຽດນາມ ຄາດວ່າບັນລຸ 236 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021; ໃນນັ້ນ, ປະລິມານສິນຄ້າພາຍໃນປະເທດສົ່ງຜ່ານທ່າກ່ຳປັ່ນທະເລເພີ່ມຂຶ້ນຢ່າງແຮງ ດ້ວຍເກືອບ 99 ລ້ານໂຕນ, ເພີ່ມຂຶ້ນ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

        ກ່ຽວກັບປະລິມານສິນຄ້າຕູ້ຄອນເທນເນີ, ຄິດໄລ່ໃນເດືອນ ເມສາ, ປະລິມານສົ່ງຜ່ານທ່າກ່ຳປັ່ນທະເລ ຄາດວ່າບັນລຸ 8 ລ້ານ TEUs, ເພີ່ມຂຶ້ນ 2%. ໃນສະນັ້ນ, ສະເພາະເດືອນ ເມສາ 2022, ຍອດປະລິມານສົ່ງຜ່ານທ່າກ່ຳປັ່ນທະເລຄາດວ່າບັນລຸປະທານ 59 ລ້ານໂຕນ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

        ຢູ່ບາງເຂດທ່າກ່ຳປັ່ນທະເລມີປະລິມານສິນຄ້າສົ່ງຜ່ານເພີ່ມຂຶ້ນແມ່ນ ກວາງນິງ, ກວາງນາມ, ດົ່ງນາຍ, ແທັງຮວາ.

(ແຫຼ່ງຄັດຈາກ VOV)


top