ຂ່າວສານ

ສິນຄ້າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການສົ່ງອອກໄປຍັງຕະຫຼາດສະຫະພັນ ລັດເຊຍ

      ຕາມຂະແໜງການພາສີ ຫວຽດນາມ ແລ້ວ, ຍອດວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ໃນ 11 ເດືອນປີ 2021 ບັນລຸໄດ້ເກືອບ 5 ຕື້ USD, ເພີ່ມຂຶ້ນກ່ວາ 12% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020.
ພາບປະກອບ: TTXVN
      ບັນດາ ປະເພດສິນຄ້າ ທີ່ມີອັດຕາສ່ວນໃຫຍ່ທີ່ສຸດໃນການສົ່ງອອກຂອງ ຫວຽດນາມ ໄປຍັງ ສະຫະພັນລັດເຊຍ ລວມມີ: ໂທລະສັບຊະນິດຕ່າງໆ, ແລະ ເຄື່ອງອາໄຫຼ່, ຄອມພິວເຕີ, ຜະລິດຕະພັນເອເລັກໂຕນິກ ແລະ ເຄື່ອງອາໄຫຼ່, ສິນຄ້າຕ່ຳແຜ່ນຕັດຫຍິບ. ປັດຈຸບັນ, ຫວຽດນາມ ພວມຮັກສາລະດັບທີ 1 ກ່ຽວກັບວົງເງິນການຄ້າກັບ ລັດເຊຍ ໃນຈຳນວນບັນດາປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້.
(ແຫຼ່ງຄັດຈາກ VOV)


top