ຂ່າວສານ

ສິນຄ້າ ຫວຽດນາມ ຍັງມີຄວາມບົ່ມຊ້ອນຫຼາຍຢ່າງໃນພາກພື້ນ ອາຊີ - ເອີຣົບ

      ສິນຄ້າ ຫວຽດນາມ ໄດ້ຂົນສົ່ງດ້ວຍທາງລົດໄຟແຕ່ ຫວຽດນາມ ແລ້ວເຊື່ອມຕໍ່ກັບສາຍທາງລົດໄຟ ອາຊີ - ເອີຣົບ, ຜ່ານປະເທດ ຈີນ, ຫຼັງຈາກນັ້ນໄປຮອດບັນດາປະເທດ ອາຊີກາງ (ກາຊັກສະຖານ, ຕັດຈີກິດສະຖານ) ລັດເຊຍ ແລະ ບັນດາປະເທດ ເອີລົບ. 
ເວທີປາໄສຮ່ວມມືດ້ານການຄ້າ ກັບບັນດາຄູ່ຮ່ວມມືພາກພື້ນ ອາຊີ - ເອີຣົບ ປີ 2021 (ພາບ: congthuong.vn)
      ໂດຍປະຕິບັດຕາມແຜນການເຄື່ອນໄຫວກ່ຽວກັບການຜັນຂະຫຍາຍບັນດາສັນຍາການຄ້າເສລີ ກັບ ສະຫະພັນເສດຖະກິດ ອາຊີ - ເອີຣົບ ແລະ ສະຫະພາບ ເອີຣົບ, ແນໃສ່ໜູນຊ່ວຍປະຊາຄົມວິສາຫະກິດ ຫວຽດນາມ ເພີ່ມທະວີການສົ່ງອອກສິນຄ້າ, ເປີດກ້ວາງຕະຫຼາດໃນສະພາບການໂລກລະບາດໂຄວິດ -19, ຕອນບ່າຍວັນທີ 22 ທັນວາ, ຢູ່ ຮ່າໂນ້ຍ, ກົມການຕະຫຼາດ ເອີຣົບ - ອາເມລິກາ (ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໄດ້ຈັດຕັ້ງເວທີປາໄສການຮ່ວມມືດ້ານການຄ້າ ກັບ ບັນດາຄູ່ຮ່ວມມືໃນພາກພື້ນ ອາຊີ - ເອີຣົບ 2021 ຕາມຮູບການທາງໄກ ແລະ ໂດຍກົງ.
        ທີ່ເວທີປາໄສ, ບັນດານັກບັນລະຍາຍໄດ້ແບ່ງປັນຫຼາຍຂໍ້ມູນກ່ຽວກັບສາຍທາງລົດໄຟຂົນສົ່ງສາກົນລະຫວ່າງ ອາຊີ - ເອີຣົບ: ສິນຄ້າ ຫວຽດນາມ ໄດ້ຂົນສົ່ງດ້ວຍທາງລົດໄຟແຕ່ ຫວຽດນາມ ແລ້ວເຊື່ອມຕໍ່ກັບສາຍທາງລົດໄຟ ອາຊີ - ເອີຣົບ, ຜ່ານປະເທດ ຈີນ, ຫຼັງຈາກນັ້ນໄປຮອດບັນດາປະເທດ ອາຊີກາງ (ກາຊັກສະຖານ, ຕັດຈີກິດສະຖານ) ລັດເຊຍ ແລະ ບັນດາປະເທດ ເອີລົບ. ດ້ວຍເວລາໃນການຂົນສົ່ງ, ຄ່າໃຊ້ຈ່າຍເໝາະສົມ, ເປັນປົກກະຕິ ແລະ ປອດໄພ, ການຂົນສົ່ງສິນຄ້າຜ່ານສາຍທາງລົດໄຟ ອາຊີ - ເອີລົບ ໄດ້ກາຍເປັນໜຶ່ງໃນບັນດາການຄັດເລືອກທີ່ເໝາະສົມໃຫ້ແກ່ບັນດາວິສາຫະກິດທຳການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນນີ້.
(ແຫຼ່ງຄັດຈາກ VOV)


top