ເລື່ອງເລີ່ມລົງມືກໍ່ສ້າງໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນກິນນອນຊົນເຜົ່າກວ່າ 70 ແຫ່ງຢູ່ຫຼາຍຕາແສງຊາຍແດນທາງບົກໃນພາບດຽວໃນວັນທີ 09 ພະຈິກ, ບໍ່ພຽງແຕ່ແມ່ນການເຄື່ອນໄຫວລົງທຶນພື້ນຖານໂຄງລ່າງການສຶກສາສະເພາະເທົ່ານັ້ນ, ຫາກຍັງແມ່ນການພິສູດໃຫ້ເຫັນຢ່າງຈະແຈ້ງເລື່ອງ ລັດ ຫວຽດນາມ ພວມຫັນບັນດາຄຳໝັ້ນສັນຍາກ່ຽວກັບສິດທິມະນຸດ, ໂດຍສະເພາະແມ່ນສິດໄດ້ຮ່ຳຮຽນ, ສິດໄດ້ເຂົ້າເຖິງຢ່າງຍຸຕິທຳຂອງເດັກໃນເຂດປະສົບກັບຄວາມຫຍຸ້ງຍາກ, ສິດພັດທະນາຢ່າງຮອບດ້ານຂອງປະຊາຄົມຊາວເຜົ່າສ່ວນໜ້ອຍ ເປັນລະອຽດອີກດ້ວຍ.
ພິທີເລີ່ມລົງມືກໍ່ສ້າງໂຮງຮຽນປະຖົມ - ມັດທະຍົມກິນນອນຊົນເຜົ່າ ອຽນເຄືອງ - ແທັງຮວ໊າ (ພາບ: VGP)
ມີໂຮງຮຽນ 72 ແຫ່ງໄດ້ເລີ່ມລົງມືກໍ່ສ້າງກົງກັບໂອກາດນີ້ ບວກກັບໂຮງຮຽນ 28 ແຫ່ງ ທີ່ໄດ້ລົງມືກໍ່ສ້າງກ່ອນໜ້ານັ້ນ ໄດ້ສຳເລັດເປົ້າໝາຍເລີ່ມລົງມືກໍ່ສ້າງໂຮງຮຽນມັດທະຍົມກິນນອນຢູ່ເຂດຊາຍແດນທາງບົກໃນປີ 2025 ນີ້. ໂຮງຮຽນ 100 ແຫ່ງດັ່ງກ່າວນອນໃນຈຳນນວນໂຮງຮຽນທັງໝົດ 248 ແຫ່ງຢູ່ຊາຍແດນທາງບົກທີ່ໄດ້ສ້າງຕັ້ງຂຶ້ນ ໃນ 2 – 3 ປີຈະມາເຖິງ, ດ້ວຍຍອດມູນຄ່າເກືອບ 20.000 ຕື້ ດົ່ງ (ກວ່າ 870 ລ້ານ USD), ຈາກງົບປະມານສູນກາງ.
ຮັດແຄບຊ່ອງຫວ່າງຍຸຕິທຳ
ໃນບັນດາເອກະສານສາກົນ, ສິດທິມະນຸດບໍ່ພຽງແຕ່ແມ່ນສິດຄົງຕົວເທົ່ານັ້ນ, ຫາກຍັງແມ່ນສິດພັດທະນາ. ຢູ່ ຫວຽດນາມ, ສິ່ງດັ່ງກ່າວມີຄວາມໝາຍພິເສດຢູ່ບັນດາຕາແສງຊາຍແດນ, ບ່ອນທີ່ພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກໃນການໄປໂຮງຮຽນ ຍ້ອນເງື່ອນໄຂພູມີປະເທດທຸລະກັນດານ, ເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ເປັນເຂດຫ່າງໄກສອກຫຼີກ. ດັ່ງນັ້ນ, ເລື່ອງສ້າງໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ກິນນອນຊົນເຜົ່າໄດ້ຊ່ວຍໃຫ້ພວກນ້ອງນັກຮຽນມີໂອກາດຮ່ຳຮຽນຢ່າງປອດໄພ, ຄົບຖ້ວນ, ຫຼຸດຜ່ອນຄວາມສ່ຽງປະລະການຮຽນ, ການແຕ່ງງານກ່ອນກຳນົດ, ອອກແຮງງານເມື່ອຍັງບໍ່ທັນຮອດເກນອາຍຸ - ເຊິ່ງລ້ວນແລ້ວແຕ່ແມ່ນບັນຫາທີ່ມັກເກີດຂຶ້ນຢູ່ເຂດຊາຍແດນ.
ໂຮງຮຽນປະຖົມ - ມັດທະຍົມກິນນອນຊົນເຜົ່າແຫ່ງຕ່າງໆທີ່ຫາກໍ່ລົງມືກໍ່ສ້າງນັ້ນ ມີສະຖາປັດຕະຍາກຳທີ່ທັນສະໄໝ, ຄົບຊຸດ, ຮອບສະໜອງຄວາມຕ້ອງການຮ່ຳຮຽນຮອບດ້ານ, ການດຳເນີນຊີວິດໃນຫໍພັກຂອງນັກຮຽນ, ພ້ອມທັງມີເຮືອນຢູ່ໃຫ້ແກ່ຄູ່ອາຈານອີກດ້ວຍ. ອາຈານ ຟ້າມແທັງບິ່ງ, ຜູ້ອໍານວຍການໂຮງຮຽນມັດທະຍົມຕອນຕົ້ນ ເລືອງອານຈ່າ (ແຂວງ ອານຢາງ), ເຊິ່ງເປັນໜຶ່ງໃນໂຮງຮຽນ 2 ແຫ່ງທີ່ໄດ້ໂຮມເຂົ້າກັນກາຍເປັນໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນກິນນອນຊົນເຜົ່າ ຫວິງຢາ, ແບ່ງປັນວ່າ:
“ການສ້າງໂຮງຮຽນຄືແນວນີ້ຈະນຳມາເຊິ່ງກາລະໂອກາດຮ່ຳຮຽນທີ່ຍຸຕິທຳໃຫ້ແກ່ນັກຮຽນເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ. ທີສອງແມ່ນການປະກອບສ່ວນຍົກສູງຄຸນນະພາບການສຶກສາຮອບດ້ານ, ຊ່ວຍໃຫ້ພວກນ້ອງນັກຮຽນມີບ່ອນຮ່ຳຮຽນ, ບ່ອນດຳເນີນຊີວິດ, ບ່ອນລະຫຼີ້ນບັນເທິງ”.
ຈຸດພິເສດໃນຮູບແບບນີ້ແມ່ນການກໍ່ສ້າງບໍ່ພຽງແຕ່ຢຸດຢູ່ການສ້າງພື້ນຖານໂຄງລ່າງເທົ່ານັ້ນ, ຫາກຍັງຄົບຊຸດກ່ຽວກັບກົນໄກ, ນະໂຍບາຍ. ນີ້ກໍແມ່ນວິທີເພື່ອປະຕິບັດສິດທິມະນຸດ, ລົບລ້າງໄລຍະຫ່າງລະຫວ່າງເຂດພາກ - ແມ່ນປັດໄຈສຳຄັນໃນການຕີລາຄາສິດທິມະຍຸດຂອງແຕ່ລະປະເທດ. ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຢັ້ງຢືນວ່າ:
“ນີ້ແມ່ນບາດກ້າວບຸກທະລຸ, ປ່ຽນແປງພື້ນຖານ, ຮອບດ້ານ, ສຳລັບການສຶກສາຢູ່ເຂດຊາຍແດນ; ຢັ້ງຢືນຄວາມເອົາໃຈໃສ່, ການເບິ່ງແຍງພິເສດຂອງພັກ, ລັດ ໃຫ້ແກ່ບັນດາເຂດທີ່ທີ່ປະສົບກັບຄວາມຫຍຸ້ງຍາກ, ຮັດແຄບໄລຍະຫ່າງຢູູ່ເຂດພູດອຍ, ຮັບປະກັນຄວາມຍຸຕິທຳໃນການເຂົ້າເຖິງການສຶກສາຢູ່ ຫວຽດນາມ”.
ປະກົດການລະອຽດຂອງສິດທິມະນຸດ
ຫວຽດນາມ ໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວວ່າ ສິດທິມະນຸດຍາມໃດກໍຕິດພັນກັບສິດຜົນປະໂຫຍດຂອງປະຊາຊົນ. ບັນດາໂຄງການສຶກສາໃຫຍ່ຢູ່ເຂດຊາຍແດນແມ່ນພະຍານຫຼັກຖານລະອຽດໃຫ້ແກ່ນະໂຍບາຍກ້າວເດີນຢ່າງຖືກທິດ; ແຫຼ່ງກຳລັງລົງທຶນຢ່າງແທດຈິງ, ການກະທຳທີ່ຄົບຊຸດຈາກສູນກາງຕະຫຼອດຮອດຂັ້ນຮາກຖານ. ເມື່ອກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງໂຮງຮຽນປະຖົມ-ມັດທະຍົມກິນນອນຊົນເຜົ່າ ຕາແສງ ອຽນເຄືອງ, ແຂວງ ແທັງຮວ໊າ ໃນວັນທີ 09 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ:
“ການສ້າງໂຮງຮຽນໃໝ່ຈະນຳເອົາຕົວໜັງສື, ຄວາມຮູ້, ຫຼໍ່ລ້ຽງຄວາມໄຝ່ຝັນ, ຫັນຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ; ນັ້ນແມ່ນສັນຍາລັກຂອງນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ຈິດໃຈ, ຄວາມຮັບຜິດຊອບຂອງພັກ, ລັດ, ຂອງປະຊາຊົນທີ່ມີຕໍ່ພໍ່ແມ່ປະຊາຊົນເຂດຊາຍແດນຂອງປະເທດຊາດ”.
ໃນສະພາບການເຊື່ອມໂຍງສາກົນ, ການເບິ່ງແຍງດູແລຊີວິດການເປັນຢູ່ ແລະ ການສຶກສາໃຫ້ແກ່ເດັກບໍ່ວ່າຈະຢູ່ເຂດພາກໃດກໍຕາມ ແມ່ນວິທີຊຶ່ງ ຫວຽດນາມ ສະແດງໃຫ້ໂລກເຫັນວິທີການເຂົ້າເຖິງສິດທິມະນຸດຢ່າງແທດຈິງ, ອີງໃສ່ມະນຸດ, ບໍ່ພຽງແຕ່ຢຸດຢູ່ຖະແຫຼງການ. ແລະ ບັນດາໂຮງຮຽນກິນນອນພວມໄດ້ຮັບການກໍ່ສ້າງຂຶ້ນນັ້ນ ແມ່ນພະຍານຫຼັກຖານລະອຽດໃຫ້ແກ່ຈິດໃຈດັ່ງກ່າວ.
ໂຮງຮຽນປະຖົມ - ມັດທະຍົມກິນນອນຊົນເຜົ່າ 100 ແຫ່ງຈະໄດ້ນຳເຂົ້າໃຊ້ງານໃນສົກຮຽນ 2026 – 2027 (ຊ້າສຸດແມ່ນກໍ່ສ້າງສຳເລັດໃນເດືອນສິງຫາ 2026). ຢູ່ເຂດຊາຍແດນ, ໂຮງຮຽນຫຼັງໃໝ່ ບໍ່ພຽງແຕ່ແມ່ນ “ບ່ອນຮ່ຳຮຽນ” ເທົ່ານັ້ນ, ຫາກຍັງແມ່ນຮາກຖານເພື່ອຫຼໍ່ລ້ຽງຄວາມໄຝ່ຝັນໃຫ້ພັດທະນາ, ນຳມາເຊິ່ງກາລະໂອກາດໃຫ້ເດັກນ້ອຍນັບພັນຄົນຢູ່ເຂດປະສົບກັບຄວາມຫຍຸ້ງຍາກບືນຕົວຂຶ້ນ. ນັ້ນແມ່ນການຫັນສິດທິມະນຸດຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ./.