ກອງປະຊຸມເພື່ອແນໃສ່ສະຫຼຸບ, ຕີລາຄາຢ່າງຮອບດ້ານບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດ ໃນວິວັດການປະຕິບັດແຜນຮ່າງ 1309.
ກອງປະຊຸມສະຫຼຸບ 8 ປີແຫ່ງການປະຕິບັດແຜນຮ່າງນຳເນື້ອໃນສິດທິມະນຸດເຂົ້າລາຍການສຶກສາ ໃນລະບົບສຶກສາປະຊາຊົນທົ່ວປະເທດ (ພາບ: VOV)
ຕອນບ່າຍວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ສົມທົບກັບບັນດາກະຊວງສຶກສາທິການ ແລະ ບຳລຸງສ້າງ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ຈັດກອງປະຊຸມສະຫຼຸບ 8 ປີແຫ່ງການປະຕິບັດແຜນຮ່າງນຳເນື້ອໃນສິດທິມະນຸດເຂົ້າລາຍການສຶກສາ ໃນລະບົບສຶກສາປະຊາຊົນທົ່ວປະເທດ (ແຜນຮ່າງ1309). ກອງປະຊຸມເພື່ອແນໃສ່ສະຫຼຸບ, ຕີລາຄາຢ່າງຮອບດ້ານບັນດາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດ ໃນວິວັດການປະຕິບັດແຜນຮ່າງ 1309. ທ່ານ ສາດສະດາຈານ, ປ.ອ ຫງວຽນຊວັນທັ້ງ ກຳມະການກົມການເມືອງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ຖືວ່າ:
ຫວນຄືນໄລຍະທາງ 8 ປີແຫ່ງການຜັນຂະຫຍາຍການປະຕິບັດແຜນຮ່າງ 1309, ພວກເຮົາ ອາດຢັ້ງຢືນໄດ້ວ່າ ເລື່ອງແຜນຮ່າງໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ເຂັ້ມງວດ ແລະ ບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ. ສຳຄັນທີ່ສຸດແມ່ນການປ່ຽນແປງຄວາມຮັບຮູ້. ແລະຕົວຈິງແລ້ວ, ຄວາມຮັບຮູ້ຂອງທົ່ວສັງຄົມກ່ຽວກັບສິດທິມະນຸດ ໄດ້ມີການປ່ຽນແປງໂດຍພື້ນຖານ ແລະ ຕັ້ງໜ້າທີ່ສຸດ.