ຂ່າວສານ

ສິງກະໂປ ແລະ ຫວຽດນາມ ເພີ່ມທະວີການເຊື່ອມຕໍ່ລົງທຶນໃນດ້ານອຸດສາຫະກຳ

      ໃນຂອບເຂດງານຕະຫຼາດນັດສາກົນ ຫວຽດນາມ ປີ 2021, ວັນທີ 15 ເມສາ, ເວທີປາໄສດ້ວຍຫົວຂໍ້ “ເຂົ້າມາລົງທຶນຢູ່ ຫວຽດນາມ - ຈຸດສຸມຂອງການລົງທຶນອຸດສາຫະກຳ” ຖືກດຳເນີນພາຍໃຕ້ຮູບການທາງອອນລາຍ.
ທ່ານ ຫວູບ໋າຝຸ, ຫົວໜ້າກົມສົ່ງເສີມການຄ້າ  (ພາບ: vov.vn)
       ທີ່ພິທີ, ທ່ານ ຫວູບ໋າຝຸ, ຫົວໜ້າກົມສົ່ງເສີມການຄ້າ ໄດ້ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງບັນດານັກລົງທຶນ ສິງກະໂປ ແລະ ຢັ້ງຢືນວ່າ ການລົງທຶນຂອງ ສິງກະໂປ ເຂົ້າມາ ຫວຽດນາມ ໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມຂຶ້ນຢ່າງແຮງ. ທ່ານນາງທູດການຄ້າ ຫວຽດນາມ ປະຈຳ ສິງກະໂປ ເຈິ່ນທູກວິ່ງ ໄດ້ແນະນຳໂດຍສັງເຂບກ່ຽວກັບທ່າອ່ຽງຂອງຂະແໜງການຜະລິດຂອງ ຫວຽດນາມ ແລະ ບັນດາກຳນົດບຸລິມະສິດດຶງດູດການລົງທຶນເຂົ້າຂະແໜງອຸດສາຫະກຳ ຂອງ ຫວຽດນາມ ໃນໄລຍະ 2021 – 2030. ຜ່ານນັ້ນ, ບັນດາວິສາຫະກິດ ສິງກະໂປ ກໍຈະມີຂໍ້ມູນເພີ່ມເຕີມກ່ຽວກັບບັນດາສັນຍາການຄ້າເສລີ (FTA) ເຊິ່ງ ຫວຽດນາມ ໄດ້ລົງນາມ ແລະ ແບບວິທີໝູນໃຊ້ຫຼັກການທີ່ມາໃນການຜະລິດ, ຈາກນັ້ນມີແຫຼ່ງກຳລັງໜູນເພີ່ມເຕີມເພື່ອຕັດສິນເຂົ້າມາລົງທຶນຢູ່ ຫວຽດນາມ. ເວທີປາໄສ ກໍແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດທ້ອງຖິ່ນຂອງ ຫວຽດນາມ ເຊື່ອມຕໍ່ແລກປ່ຽນການຄ້າກັບວິສາຫະກິດ ສິງກະໂປ ແລະ ບັນດາບໍລິສັດນາໆຊາດ ເກືອບ 100 ແຫ່ງທີ່ມີສຳນັກງານຕັ້ງຢູ່ປະເທດນີ້ ຜ່ານທາງອອນລາຍ.
(ແຫຼ່ງຄັດຈາກ VOV)


top