ຂ່າວສານ

ສິງກະໂປ ວາງອອກ 3 ເປົ້າໝາຍໃຫຍ່ ໃນປີປະທານ ອາຊຽນ 2018

      ໃນວັນທີ 14 ພະຈິກ, ທ່ານ ຫຼີຊຽນຫຼົງ ນາຍົກລັດຖະນຕີ ສິງກະໂປ ຢືນຢັນວ່າ ດ້ວຍຖານະຕຳແໜ່ງເປັນປະທານ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປີ 2018, ສິງກະໂປ ຈະໃຫ້ບຸລິມະສິດເຂົາແກ່ 3 ໃຈກາງຕົ້ນຕໍ ເພື່ອແນໃສ່ຮັກສາການພັດທະນາທີ່ເຕັມໄປດ້ວຍຄສາມຂະຫຍັນຂັນເຄື່ອນຂອງພາກພື້ນ. 

ທ່ານ ຫຼີຊຽນຫຼົງ ນາຍົກລັດຖະນຕີ ສິງກະໂປ 
      ກ່າວຄຳເຫັນທີ່ພິທີອັດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ແລະ ມອບໂອນຕຳແໜ່ງປະທານໝູນວຽນ ອາຊຽນ ປີ 2018, ທ່ານ ຫຼີຊຽນຫຼົງ ໃຫ້ຮູ້ວ່າ ສິງກະໂປ ຈະສືບຕໍ່ຊຸກຍູ້ ແລະ ຮັກສາຄວາມໃຫ້ລະບຽບຮຽບຮ້ອຍພາກພື້ນໂດຍອີງໃສ່ບັນດາລະບຽບຫຼັກການ, ເພື່ອແນໃສ່ຊ່ວຍໃຫ້ ສິງກະໂປ ສາມາດແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ຫາກໍ່ພົ້ນເດັ່ນຂຶ້ນໃຫ້ດີກວ່າຄື ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ອາດຊະຍາກຳຂ້າມຊາດ ແລະ ການກໍ່ການຮ້າຍ. ຄຽງຄູ່ກັນນັ້ນ, ສິງກະໂປ ກໍ່ຈະຊຸກຍູ້ການເຊື່ອມໂຍງເຂົ້າກັບເສດຖະກິດ ແລະ ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ, ຊ່ວຍໃຫ້ ອາຊຽນ ກາຍເປັນພາກພື້ນແຫ່ງວັດທະນາຖາວອນ ແລະ ເພີ່ມທະວີຄວາມສາມາດແກ່ງແຍ້ງ. ນອກຈາກນັ້ນ, ສິງກະໂປ ຈະຊອກຫາບັນດາວິທີການຢ່າງມີຫົວຄິດປະດິດສ້າງໃນການຄຸ້ມຄອງ ແລະ ຂຸດຄົ້ນເຕັກໂນໂລຊີດີຈີຕອນ, ຍົກສູງທັກສະ ແລະ ກຳລັງຄວາມສາມາດໃຫ້ປະຊາຊົນ ເພື່ອຄ່ອຍໆປັບຕົວກັບພື້ນຖານເສດຖະກິດດີຈີຕອນ. ຕາມທ່ານ ຫຼີຊຽນຫຼົງແລ້ວ, ບັນດາເປົ້າໝາຍທັງໝົດນີ້ແມ່ນເພື່ອແນໃສ່ຮັບປະກັນບົດບາດໃຈກາງຂອງ ອາຊຽນ ກໍ່ຄືຄວາມຂະຫຍັນຂະເຄື່ອນຂອງພາກພື້ນຕໍ່ໜ້າບັນດາກາລະໂອກາດ ແລະ ສິ່ງທ້າທາຍ. ດ້ານອື່ນ, ອາຊຽນກໍ່ຈະສືບຕໍ່ສ້າງຕັ້ງສາຍພົວພັນກັບບັນດາຄູ່ຮ່ວມມືພາຍນອກ, ພົ້ນເດັ່ນແມ່ນການຈັດຕັ້ງບັນດາກອງປະຊຸມສຸດຍອດພິເສດ ຢູ່ ອົດສຕາລີ ແລະ ອິນເດຍ.
 (ແຫຼ່ງຄັດຈາກ VOV)

top