ຂ່າວສານ

ສຳ​ນັກ​ຂ່າວ​ສານ CNN ຂອງ ອາ​ເມ​ລິ​ກາ ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ​ຫວຽດ​ນາມ ສາ​ມາດ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ສຳນັກຂ່າວສານ  CNN ຂອງ ອາເມລິກາ ໄດ້ມີບົດຂຽນລົງວັນທີ 30 ພຶດສະພາ ເຊິ່ງໄດ້ຕີລາຄາສູງວຽກງານຄວບຄຸມໂລກລະບາດໂຄວິດ - 19 ຂອງຫວຽດນາມ.

(ພາບປະກອບ: VNE/baoquocte.vn) 

ບົດຂຽນໄດ້ເນັ້ນໜັກເຖິງບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນຂອງຫວຽດນາມ ເຊິ່ງໄດ້ປະຕິບັດ ແລະ ມາຮອດປະຈຸບັນ ໄດ້ປະສົບຜົນສໍາເລັດ ຂະນະທີ່ຫວຽດນາມດ້ວຍຈຳນວນປະຊາກອນ 97 ລ້ານຄົນ ຍັງບໍ່ທັນມີຜູ້ເສຍຊີວິດ ຍ້ອນເຊື້ອໂຄວິດ - 19 ແລະ ມາຮອດປັດຈຸບັນ, ມີພຽງ 328 ກໍລະນີຕິດເຊື້ອເທົ່ານັ້ນ ໂດຍບໍ່ຫົວຊາຕໍ່ເລື່ອງຫວຽດນາມ ມີເສັ້ນຊາຍແດນຍາວຕິດກັບຈີນ ແລະ ຕ້ອນຮັບແຂກທ່ອງທ່ຽວຈີນມາຢາມນັບລ້ານເທື່ອຄົນຕໍ່ປີ.

ບົດຂຽນໄດ້ຖືວ່າ ບັນດາມາດຕະການທີ່ມີປະສິດທິຜົນ ເຊິ່ງຫວຽດນາມ ໄດ້ປະຕິບັດເພື່ອແນໃສ່ຄວບຄຸມໂລກລະບາດ ລວມມີ: ການຮັບມືໂດຍໄວ ແລະ ມີຄວາມເປັນເຈົ້າການ, ຊອກຫາຜູ້ສຳຜັດຢ່າງທັນການ, ແຍກຕົວຜູ້ຖືກສົງໄສຕິດເຊື້ອຢ່າງມີປະສິດທິຜົນ ກໍຄືວຽກງານໂຄສະນາເຜີຍແຜ່ໃນຊຸມຊົນ ແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບໂລກລະບາດ ແລະ ບັນດາວິທີການກັນພະຍາດ. 

 (ແຫຼ່ງຄັດຈາກ VOV)



top