ສາ​ກົນ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ຟື້ນ​ຟູ​ຂຽວ ແລະ ຍືນ​ຍົງ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19, ແກ້​ໄຂ​ບັນ​ຫາຂາດ​ຄວາມ​ສະ​ເໝີ​ພາບ, ລົບ​ລ້າງ​ຄວາມ​ອຶດ​ຫິວ

ຕອນບ່າຍວັນທີ 10 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ ມີການພົບປະເຈລະຈາກັບທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າອົງການພັດທະນາສປຊ (UNDP) ປະຈຳຫວຽດນາມ.

ຕອນບ່າຍວັນທີ 10 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ ມີການພົບປະເຈລະຈາກັບທ່ານນາງ Caitlin Wiesen, ຫົວໜ້າຜູ້ຕາງໜ້າອົງການພັດທະນາສປຊ (UNDP) ປະຈຳຫວຽດນາມ ແລະ ທ່ານນາງ Naomi Kitahara ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ສປຊ (UNFPA) ປະຈຳ ຫວຽດນາມ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ ແລະ ທ່ານນາງ Naomi Kitahara ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ສປຊ (UNFPA) ປະຈຳ ຫວຽດນາມ. (ພາບ:baoquocte.vn)

ທີ່ການພົບປະເຈລະຈາ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ໄດ້ຢັ້ງຢືນບຸລິມະສິດຂອງ ຫວຽດນາມ ໃນໄລຍະຈະມາເຖິງແມ່ນ ຟື້ນຟູເສດຖະກິດ - ສັງຄົມຫຼັງໂຄວິດ - 19 ຕາມທິດຂຽວ, ຍືນຍົງ, ກວມລວມ ແລະ ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ. ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ກໍ່ສະແດງຄວາມຊົມເຊີຍ ຕໍ່ບັນດາຂົງເຂດຈຸດສຸມຫຼັກຂອງ ເອກະສານໂຄງການແຫ່ງຊາດ ໄລຍະ 2022 – 2026 (CPD) ແລະ ໂຄງການແຫ່ງຊາດ ທີ 10 ທີ່ ຄະນະບໍລິຫານງານ UNDP ແລະ ຄະນະບໍລິຫານງານ UNFPA ຫາກໍ່ຮັບຮອງເອົາ.

ທ່ານນາງ Caitlin Wiesen ແລະ ທ່ານນາງ Naomi Kitahara ລ້ວນແຕ່ຢັ້ງຢືນວ່າໄດ້ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ຕີລາຄາສູງຕໍ່ການຮ່ວມມືຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງບັນດາອົງການ, ກະຊວງ, ຂະແໜງການຫວຽດນາມ ກັບ UNDP ແລະ UNFPA.

ບັນດາຫົວໜ້າຜູ້ຕາງໜ້າຂອງອົງການພັດທະນາ ສປຊ ກໍ່ໄດ້ແບ່ງປັນບັນດາບຸລິມະສິດກ່ຽວກັບການເຄື່ອນໄຫວຂອງອົງການຕົນ ແລະ ຢັ້ງຢືນວ່າພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືໜູນຊ່ວຍຫວຽດນາມ ໃນການຟື້ນຟູຂຽວ ແລະ ຍືນຍົງຫຼັງໂຄວິດ, ແກ້ໄຂການຂາດຄວາມສະເໝີພາບ, ລົບລ້າງຄວາມອຶດຫິວ, ເບິ່ງແຍງດູແລ, ປົກປ້ອງຜູ້ທີ່ມີຄວາມສ່ຽງສູງກ່ວາໝູ່…

 (ແຫຼ່ງຄັດຈາກ VOV)


top