ຂ່າວສານ

ສາລາບ້ານ - ສະຖານທີ່ຮັກສາຄຸນຄ່າວັດທະນະທຳເຜົ່າ ເອເດ.

ສາລາບ້ານຫຼັງໃຫຍ່ຂອງມະຫາຄອບຄົວ ທັງແມ່ນຈຸດພິເສດສະເພາະຂອງລະບອບມານດາຂອງຊາວເຜົ່າ ເອເດ ໃນແຂວງ ດັກລັກ. ບໍ່ພຽງແຕ່ແມ່ນຊາຍຄາລວມຂອງທັງຄອບຄົວວົງຕະກຸນເທົ່ານັ້ນ ນີ້ຍັງແມ່ນສະຖານທີ່ເກັບຮັກສາສຽງຄ້ອງ, ສຽງເພງພື້ນເມືອງ ກອນລຳ ແລະ ບັນດາຄຸນຄ່າທາງດ້ານວັດທະນະທຳຂອງຊາວເຜົ່າ ເອເດ
ໃນມື້ຂຶ້ນເຮືອນໃໝ່, ຢູ່ສາລາບ້ານຫຼັງໜຶ່ງໃນບ້ານ ກວັກກັບ ຕາແສງ ເຕິນເຫຼິບ. ຄອບຄົວທ່ານ ອີອຽນ ໄດ້ຈັດພິທີຂຶ້ນເຮືອນໃໝ່ ດ້ວຍເຄື່ອງຖວາຍບູຊາແມ່ນໝູເພດຜູ້ໂຕໜຶ່ງ ແລະ ເຫຼົ້າ 5 ໄຫ. ຕາມ ໝໍພອນ ອາເອຕີ ຢູ່ບ້ານ ກວັກກັບ ການປຸກສ້າງສາລາບ້ານ ບໍ່ພຽງແຕ່ແມ່ນການກໍ່ສ້າງເທົ່ານັ້ນ ສິ່ງທີ່ສຳຄັນກໍ່ແມ່ນພິທີກຳເຊື່ອມຕໍ່ລະຫວ່າງມະນຸດ ເທະວະດາຟ້າແຖນ ແລະ ຊາວບ້ານອີກດ້ວຍ

“ສຳລັບຊາວເຜົ່າ ເອເດ ແລ້ວ ເມື່ອປຸກສ້າງສາລາບ້ານຫຼັງໃໝ່ ກໍ່ຕ້ອງປະຕິບັດຕາມພິທີກຳ, ພິທີໄຫວ້ບູຊາເພື່ອສົມມະນາຄຸນເທວະດາຟ້າແຖນ ພ້ອມທັງແຕ່ງພາເຂົ້າເຊື້ອເຊີນພໍ່ແມ່ພີ່ນ້ອງຊາວບ້ານມາຮ່ວມນຳ”.

ເຈົ້າຂອງເຮືອນ, ລຸງ ອີອຽນມາໂລ ໃຫ້ຮູ້ວ່າ ຄອບຄົວກໍ່ໄດ້ມີເຮືອນຖືກກໍ່ສ້າງຖາວອນ ແຕ່ກໍ່ຍັງຕັດສິນປຸກສ້າງສາລາບ້ານດ້ວຍຫຼັງຄາສັງກະສີ, ພື້ນເຮືອນ ແລະ ຝາເຮັດດ້ວຍໄມ້ ພ້ອມກັບເຄື່ອງໃຊ້ພາຍໃນຄື ຕັ່ງ, ຄອ້ງ. ກອງ ແລະ ເຕົາໄຟ. ລຸງ ອີອຽນ ເວົ້າວ່າ:

 “ພວກຂ້າພະເຈົ້າບໍ່ມີວັນຈະປະລະສາລາບ້ານ ພ້ອມກັບຮີດຄອງປະເພນີອັນດີງາມຂອງເຜົ່າຕົນ. ພໍ່ຂອງຂ້າພະເຈົ້າເມື່ອກ່ອນນີ້ ກໍ່ເຄີຍສັ່ງສອນເຮົາຕ້ອງຮັກສາສາລາບ້ານ ເພາະວ່ານີ້ແມ່ນຮີດຄອງປະເພນີຂອງຕົນ”.

    ໃນການດຳລົງຊີວິດຂອງຊາວເຜົ່າ ເອເດ ກໍ່ມີຫຼາຍພິທີກຳ ເຊັ່ນ ພິທີພາວະນາໃຫ້ສຸຂະພາບແຂງແຮງ, ພິທີອວຍພອນເຂົ້າໃໝ່… ບັນດາພິທີກຳມີວິນຍານ ສາມາດເຊື່ອມຕໍ່ກັບເທວະດາຟ້າແຖນ ໃນຂະນະທີ່ຖືກຈັດຕັ້ງໃນສາລາບ້ານ.

ເມື່ອຈັດພິທີທັງເຈົ້າຂອງ ແລະ ແຂກຖືກເຊີນຈະພ້ອມກັນມ່ວນຊື່ນ ດ້ວຍການດື່ມເຫຼົ້າໄຫ, ຮັບຟັງສຽງຄ້ອງດັງກ້ອງກັງວານຄືນຂຶ້ນ. ລຸງ ອີຣິງອາເດີຣືງ  ໃຫ້ຮູ້ວ່າ:

 “ຂ້າພະເຈົ້າຈື່ດີວ່າ ເມື່ອກ່ອນນີ້ຄາວຂ້າພະເຈົ້າຍັງນ້ອຍ ເມື່ອຈັດງານລ້ຽງແຕ່ລະເທື່ອ ເຖິງວ່າເຄື່ອງຂອງຖວາຍບູຊາ ມີພຽງແຕ່ໄກ່ໂຕໜຶ່ງເທົ່ານັ້ນ ແຕ່ຖ້າຫາກຢູ່ເຮືອນມີຄ້ອງກໍ່ນຳມາຕີ. ບໍ່ແມ່ນວ່າ ຕ້ອງມີໝູຈຶ່ງຕີຄ້ອງ”.

ເມື່ອກ່ອນນີ້ ສາລາບ້ານແມ່ນແຫ່ງພັກອາໄສ ແລະ ດຳເນີນຊີວິດຂອງມະຫາຄອບຄົວຊາວເຜົ່າ ເອເດ ດ້ວຍຫຼາຍລຸ້ນຄົນດຳລົງຊີວິດຢູ່ຮ່ວມກັນ. ດັ່ງນັ້ນເພື່ອປຸກສ້າງສາລາບ້ານຫຼັງໜຶ່ງກໍ່ຕ້ອງມີການເຂົ້າຮ່ມຫຼາຍຄົນ ບາງຄັ້ງກໍ່ຕ້ອງລະດົມຊາວ

ຊາວເຜົ່າເອເດຮ່ວມຊີວິດໃນສາລາບ້ານ

ບ້ານຫຼາຍຄົນມາເຮັດນຳ. ນາງ ເຮີງຸຍເກີບົວ ຢູ່ບ້ານ ກວັກກັບ ຕາແສງ ເຕິນເຫຼິບ ໃຫ້ຮູ້ວ່າ:

 “ປະເພນີຂອງຊາວເຜົ່າ ເອເດ ແມ່ນເມື່ອປຸກສ້າງເຮືອນຫຼັງໃໝ່ກໍ່ຕ້ອງຕິດພັນກັບໝູ່ບ້ານ. ບັນດາຄອບຄົວຢູ່ໃກ້ຄຽງກໍ່ມາຊ່ວຍເຫຼືອພ້ອມກັນແຕ່ງອາຫານ ສ້າງບັນຍາກາດຄຶກຄື້ນມ່ວນຊື່ນ ຜູກພັນນຳກັນ”

. ທົ່ວແຂວງ ດັກລັກ ປັດຈຸບັນມີເຮືອນປະມານ 5.600 ຫຼັງ ຖືກເກັບຮັກສາ ແລະ ຟື້ນຟູ. ຢູ່ຫຼາຍໝູ່ບ້ານ ການຟື້ນຟູເສີມຂະຫຍາຍສາລາບ້ານກໍຕິດພັນກັບການທ່ອງທ່ຽວຊຸມຊົນ. ນາງ ເຮີແງມະໂລ ຢູ່ບ້ານ ຈິງໜຶ່ງ ຕາແສງ ບວນໂຮ່ ເປີດເຜີຍວ່າ:

 “ເຮັດແນວໃດເພື່ອມີຄວາມອຸ່ນໃນຍາມໜາວ  ແລະ ເຢັນໃນບາມຮ້ອນ ແລະ  ເຮືອນຕ້ອງປອດໂປ່ງສະ ອາດສວຍງາມ. ຂ້າພະເຈົ້າເອງເຖິງວ່າ ໄດ້ມີເຮືອນ ແລ້ວ ແຕ່ຍັງຄົງດຳລົງຊີວິດຢູ່ສາລາບ້ານ, ເພາະວ່າເຮົາຢາກຮັກສາລາບ້ານ, ດັ່ງນັ້ນເມື່ອຄ່ຳລົງມາສອງຜົວເມຍຂ້າພະເຈົ້າຍັງນອນຢູ່ໃນສາລາບ້ານ”. 

     ໃນສາລາບ້ານຂອງຊາວເຜົ່າ ເອເດ, ສຽງຄ້ອສຽງຂັບລຳທຳເພງພື້ນເມືອງ ພ້ອມກັບວາດຟ້ອນໄດ້ຄ່ອຍໆກັບຄືນ ດ້ວຍແບບວິທີໃໝ່. ບໍພຽງແຕ່ເຕື້ອງເຖິງກົກເຄົ້າເຫງົ້າກໍ, ອະດີດຕະການເທົ່ານັ້ນ ຫາກຍັງສ້າງຄວາມຄາດຫວັງຮັກສາວິນຍານຂອງຊາດໃຫ້ໄວໜຸ່ມ ໃນທ່າມກາງຊີວິດຍຸກທັນສະໄໝ. ຜ່ານນັ້ນການເສີມຂະຫຍາຍ ແລະ ອະນຸລັກຄຸນຄ່າຂອງສາລາບ້ານ ບໍ່ພຽງແຕ່ແມ່ນການເກັບຮັກສາກິດຈະກຳໜຶ່ງເທົ່ານັ້ນ ຫາກຍັງແມ່ນການຮັກສາສີສັນວິນຍານໃນແຕ່ລະໝູ່ບ້ານອີກດ້ວຍ.

top