ຂ່າວສານ

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.
ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ (ພາບ: : VGP)

ເມື່ອ ຫວຽດນາມ ກ້າວເຂົ້າສູ່ໄລຍະເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງ, ສຸຂະພາບຂອງ ປຊຊ ແມ່ນປັດໄຈສ້າງກຳລັງແກ່ງແຍ້ງ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ອິດທິພົນຊື່ສຽງຂອງຊາດ.

ມະຕິສອງສະບັບ-ເປົ້າໝາຍດຽວ: ສ້າງຂະແໜງສາທາລະນະສຸກ ຫວຽດນາມ ຄືນໃໝ່

ມະຕິເລກທີ 72 (72-NQ/TW) ໄດ້ກຳນົດ 6 ໝວດມາດຕະການໃຫຍ່, ໃນນັ້ນ, ພົນເດັ່ນແມ່ນການເພີ່ມທະວີການແພດສຳຮອງ-ຂັ້ນຮາກຖານ; ບຸກທະລຸກ່ຽວກັບດ້ານຊັບພະຍາກອນມະນຸດ, ຄຸນສົມບັດທາງການແພດ; ຊຸກຍູ້ການຫັນເປັນດີຈີຕອນ ແລະໝູນໃຊ້ວິທະຍາສາດ-ເຕັກໂນໂລຊີ; ພັດທະນາການແພດເອກະຊົນເພື່ອສ້າງລະບົບຊີວະພາບສົ່ງເສີມສຸຂະພາບໃຫ້ເປັນຫຼາຍຮູບຫຼາຍແບບ. ປຸກລະດົມທຸກແຫຼ່ງກຳລັງ, ຊຸກຍູ້ການເຊື່ອມໂຍງ, ເຂົ້າເຖິງມາດຖານສາກົນ. ນີ້ແມ່ນວິໄສທັດທີ່ມີລັກສະນະພື້ນຖານ, ເໝືອນກັບ “ເຂັມຊີ້ທິດ” ໃຫ້ແກ່ທັງຍຸດທະສາດການແພດໃນຫຼາຍປີຈະມາເຖິງ. ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ  ໃຫ້ຮູ້ວ່າ:

    ພົ້ນເດັ່ນແມ່ນໝວດນະໂຍບາຍກ່ຽວກັບການຫລຸດຜ່ອນຄ່າໃຊ້ຈາຍການແພດໃຫ້ແກ່ ປຊຊ. ຕາມນັ້ນແລ້ວ, ນັບແຕ່ປີ 2026 ຈະປະຕິບັດການກວດສຸຂະພາບຢ່າງໜ້ອຍສຸດປີລະເທື່ອຕາມໝວດເປົ້າໝາຍ ແລະ ດ້ວຍວິວັດການບຸລິມະສິດ: ບໍ່ເກັບຄ່ານອນໂຮງໝໍໃນລະດັບພື້ນຖານ ໃນຂອບເຂດສິດຜົນປະໂຫຍດປະກັນສຸຂະພາບຕາມຂັ້ນຕອນ, ສອດຄ່ອງກັບເງື່ອນໄຂພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ; ອະນຸຍາດໃຫ້ປະຕິບັດທົດລອງ, ຫັນບັນດາບ້ວງເງິນປະກັນສຸຂະພາບເປັນຫຼາຍຮູບຫຼາຍແບບ, ປະກັນສຸຂະພາບເພີ່ມເຕີມຕາມຄວາມຕ້ອງການຂອງ ປຊຊ.

(ພາບ: : VGP)

 ເປີດກ້ວາງສິດຜົນປະໂຫຍດການສົ່ງເສີມສຸຂະພາບ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍດ້ານການແພດໃຫ້ແກ່ ປຊຊ

ສິ່ງທີ່ ປຊຊ ລໍຄອຍເມື່ອນະໂຍບາຍສາທາລະນະສຸກໃໝ່ມີຜົນສັກສິດ ແລະ ການກວດ ປິ່ນປົວພະຍາດມີຄວາມສະດວກກວ່າ, ຄ່າໃຊ້ຈາຍຕ່ຳກວ່າ, ພະນັກງານການແພດມີຄຸນນະພາບດີກວ່າ. ນີ້ກໍ່ແມ່ນຄວາມປາດຖະໜາຂອງ ສສຊ ຫຼາຍທ່ານ ເມື່ອປຶກສາຫາລືກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍບັນດາກົນໄກ, ນະໂຍບາຍ ເພື່ອຜັນຂະຫຍາຍມະຕິເລກທີ 72 ຢ່າງມີປະສິດທິຜົນ. ບັນດາ ສສຊ ໄດ້ສະເໜີຈາກການເປີດກວ້າງສິດເຂົ້າເຖິງການບໍລິການທີ່ມີຄຸນນະພາບສູງ, ຫັນສິດຜົນປະໂຫຍດປະກັນສຸຂະພາບເປັນຈະແຈ້ງ ຕະຫຼອດຮອດການບຳລຸງສ້າງທ່ານໝສະເພາະຂະແໜງໃຫ້ບັນລຸມາດຖານສາກົນ. ທ່ານ ຫວຽນແອັງຈີ ສສຊ ນະຄອນ ຮ່າໂນ້ຍ ຖືວ່າ:

    ໃນຄັ້ງນີ້ແມ່ນຄຳໝັ້ນສັນຍາຂອງລັດ ກ່ຽວກັບການໜູນຊ່ວຍດ້ານການເງິນ ເພື່ອໃຫ້ການກວດປິ່ນປົວພະຍາດໄດ້ດີຂຶ້ນ, ປຊຊ ໄດ້ກວດພະຍາປີລະເທື່ອໂດຍບໍ່ຕ້ອງເສຍຄ່າ, ນີ້ແມ່ນໂອກາດທີ່ດີ ເພື່ອຍົກສູງຄຸນນະພາບການກວດປິ່ນປົວພະຍາດ. ນອກຈາກນັ້ນ ແມ່ນການໝູນໃຊ້ເຕັກໂນໂລຊີການແພດ, ການຫັນເປັນດີຈີຕອນ ແລະ ການໝູນໃຊ້ບັນດາຂັ້ນຕອນການບົ່ງມະຕິ ແລະ ການປິ່ນປົວທີ່ກ້າວໜ້າທີ່ສຸດ ເພື່ອຍົກສູງລະດັບການບົ່ງມະຕິ ແລະ ປິ່ນປົວ ແລະ ຄຸນນະພາບການແພດຂອງ ຫວຽດນາມ ໃຫ້ຂຶ້ນທຽບທັນກັບລະດັບຂອງບັນດາປະເທດທີ່ກ້າວໜ້າ. ດັ່ງນັ້ນ, ຕ້ອງມີມະຕິເພື່ອສ້າງການບຸກທະລຸ, ໃນນັ້ໜ ຕ້ອງສ້າງຄວາມສະດວກໃຫ້ແກ່ ປຊຊ ໃນການໄປກວດປິ່ນປົວພະຍາດ, ເຖິງເວລາແລ້ວ ທີ່ຜູ້ມີປະກັນສຸຂະພາບສາມາດໄປກວດພະຍາດຢູ່ບໍ່ວ່າແຫ່ງໃດ.

          ນອກຈາກນັ້ນ, ບັນດາ ສສຊ ກໍ່ຖືວ່າ, ຕ້ອງນຳເຂົ້າຮ່ງມະຕິຂອງສະພາແຫ່ງຊາດ ບັນດານະໂຍບາຍພັດທະນາການແພດເອກະຊົນ, ເພື່ອແນໃສ່ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງໃຫ້ແກ່ການພັດທະນາສາທາລະນະສຸກຢ່າງມີປະສິດທິຜົນ. ຍ້ອນວ່າ ໃນ 30 ປີຜ່ານມາ, ການແພດເອກະຊົນໄດ້ປະກອບສ່ວນຢ່າງຫຼວງຫຼາຍ ແລະ ມີປະສິດທິຜົນໃຫ້ແກ່ປະເທດຊາດ. ປະຈຸບັນ, ຕຽງນອນໂຮງໝໍຂອງການແພດເອກະຊົນພຽງແຕ່ບັນລຸ 7% ເທົ່ານັ້ນ. ລະບົບການແພດເອກະຊົນພວມສະໜອງໄດ້ປະມານ 14.55% ການບໍລະການ, ນີ້ແມ່ນອັດຕາສ່ວນຕ່ຳພໍສົມຄວນ ເມື່ອທຽບກັບຫຼາຍປະເທດໃນໂລກ ໃນຂະນະທີ່ອັດຕາສ່ວນນີ້ຢູ່ ເຢຍລະມັນ ແມ່ນ 25%, ຝະລັ່ງ ແມ່ນ 35%, ອົດສະຕາລີ ແມ່ນ 40%, ອາເມລິກາ ແມ່ນ 80%....

       ຫວຽດນາມ ພວມຢືນຢູ່ຕໍ່ໜ້າໂອກາດທີ່ຫາຍາກ: ສ້າງໂຄງປະກອບລະບົບສາທາລະນະສຸກຄືນໃໝ່ຢູ່ຂອບຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນຫຼາຍທົດສະວັດ. ມະຕິສອງສະບັບໄດ້ປະກາດໃຊ້ຢ່າງລຽນຕິດໄດ້ເປີດປະຕູເພື່ອໃຫ້ຂະແໜງສາທາລະນສຸກກ້າວເຂົ້າສູ່ໄລຍະພັດທະນາໃໝ່-ທັນສະໄໝ, ຈະແຈ້ງ, ເຊື່ອມໂຍງ ແລະ ມຸ່ງໄປເຖິງ ປຊຊ.

  ຖ້າຫາກວ່າໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ມະຕິສອງສະບັບອາດຈະກາຍເປັນບາດລ້ຽວນະໂຍບາຍ ຊ່ວຍໃຫ້ ປຊຊ ຫວຽດນາມ ກວ່າ 100 ລ້ານຄົນ ໄດ້ຊົມໃຊ້ຜົນປະໂຫຍດທີ່ແທ້ຈິງຈາກລະບົບການແພດທີ່ດີກວ່າ, ປອດໄພກວ່າ ແລະ ມີຄວາມຍຸດຕິທຳກວ່າ./.


top