ຂ່າວສານ

ສານອວຍ​ພອນ​ເຫດການ​ສະ​ເຫຼີມ​ສະຫຼອງ 68 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955-22/3/2023), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ.
  ພາບປະກອບ: dangcongsan.vn  

ເນື້ອໃນສານອວຍພອນໄດ້ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະໜັບສະໜູນຢ່າງແຮງ ແລະ ຮອບດ້ານວິວັດການປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ບັນດາເຜົ່າຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າ ໃນກິດຈະການແຫ່ງການປ່ຽນແປງໃໝ່, ປະຕິບັດບັນດາເປົ້າໝາຍທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ໄດ້ວາງອອກຢ່າງມີໄຊ, ກໍ່ສ້າງປະເທດລາວແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເປັນເອກະພາບ ແລະ ວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມຢ່າງສຳເລັດຜົນ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງໄດ້ສົ່ງຊໍ່ດອກໄມ້ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທ່ານນາງ ເຈືອງທິມາຍ ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ສົ່ງຊໍ່ດອກໄມ້ອວຍພອຍທ່ານ ບຸນທອງ ຈິດມະນີ ຜູ້ປະຈຳຄະນະເລຂາສູນກາງພັກ, ຮອງປະທານປະເທດລາວ. ທ່ານເລຮ່ວາຍຈຸງ ຫວົໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສົ່ງສານອວຍພອນໄປເຖິງທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.

 


top