ຂ່າວສານ

ສານອວຍ​ພອນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 96 ປິ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ ຫວຽດ​ນາມ

ໃນສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແມ່ນ ຄັນທຸງນຳພາພາລະກິດປະຕິວັດອັນພິລະອາດຫານ ແລະ ມີຫົວຄິດປະດິດສ້າງ ຜ່ານການວາງອອກແນວທາງທີ່ຖືກຕ້ອງ, ສະຫຼາດສ່ອງໄສ, ປີຊາສາມາດ ແລະ ນຳພາປະຊາຊົນ ຫວຽດນາມ.
າຍໃຕ້ທຸງພັກສະຫງ່າງາມ, ທົ່ວປວງຊົນ ຫວຽດນາມ ສາມັກຄີກັນ, ຮ່ວມແຮງຮ່ວມໃຈເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງມີໄຊ (ພາບ: THÀNH ĐẠT)

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສັ້ງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 - 03/02/2026), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ ໄດ້ສົ່ງສານອວຍພອນມາຍັງ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ໃນສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແມ່ນ ຄັນທຸງນຳພາພາລະກິດປະຕິວັດອັນພິລະອາດຫານ ແລະ ມີຫົວຄິດປະດິດສ້າງ ຜ່ານການວາງອອກແນວທາງທີ່ຖືກຕ້ອງ, ສະຫຼາດສ່ອງໄສ, ປີຊາສາມາດ ແລະ ນຳພາປະຊາຊົນ ຫວຽດນາມ. ພັກປະຊາຊົນປະຕິວັດ ລາວ ແລະປະຊາຊົນລາວບັນດາເຜົ່າ ເຊື່ອໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ, ປີຊາສາມາດຂອງພັກກອມມູນິດ ຫວຽດນາມ ໂດຍທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ນຳໜ້າ, ທົ່ວພັກ, ທົ່ວປວງຊົນ ຫວຽດນາມຈະປະຕິບັດບັນດາເປົ້າໝາຍໂດຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກວາງອອກ ຢ່າງມີໄຊ, ກໍ່ສ້າງປະເທດສັງຄົມນິຍົມ ຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ ແລະ ຜາສຸກ.

ໃນສານຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ກຳປູເຈຍ, ພັກປະຊາຊົນກຳປູເຈຍໄດ້ຕີລາຄາສູງ ບັນດາຜົນສຳເລັດອັນໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນການຮັກສາສັນຕິພາບ ແລະ ພັດທະນາປະເທດໃນທຸກຂົງເຂດ.


top