ຂ່າວສານ ສານອວຍພອນສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງພັກປະຊາຊົນປະຕິວັດລາວ 22/03/2019 ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/03/1955 – 22/03/2019), ວັນທີ 21 ມີນາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ເນື້ອໃນສານມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຂໍຊົມເຊີຍບັນດາຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ ເຊິ່ງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ບັນລຸໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດກ່ອນໜ້ານີ້, ກໍ່ຄືໃນກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດໃນວັນນີ້, ໂດຍສະເພາະແມ່ນພາຍຫລັງ 3 ປີທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ. ສານອວຍພອນກໍ່ຢືນຢັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການປັບປຸງ ແລະ ພັດທະນານັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງແທດຈິງເຂົ້າໃນ ກິດຈະການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງກ່ຽວກັບການສະໜັບສະໜູນຢ່າງແຮງ, ການຊ່ວຍເຫຼືອອັນໃຫຍ່ຫລວງ, ລ້ຳຄ່າ, ສຸດອົກສຸດໃຈ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ໄດ້ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນຕະຫລອດໄລຍະຜ່ານມາ… ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງກະເຊົ້າດອກໄມ້ໄປອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. (ແຫຼ່ງຄັດຈາກ VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/03/1955 – 22/03/2019), ວັນທີ 21 ມີນາ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ເນື້ອໃນສານມີຕອນຂຽນວ່າ: ພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ ຂໍຊົມເຊີຍບັນດາຜົນງານອັນຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດ ເຊິ່ງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວ ບັນລຸໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດກ່ອນໜ້ານີ້, ກໍ່ຄືໃນກິດຈະການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດໃນວັນນີ້, ໂດຍສະເພາະແມ່ນພາຍຫລັງ 3 ປີທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ. ສານອວຍພອນກໍ່ຢືນຢັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການປັບປຸງ ແລະ ພັດທະນານັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງແທດຈິງເຂົ້າໃນ ກິດຈະການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຢູ່ແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງກ່ຽວກັບການສະໜັບສະໜູນຢ່າງແຮງ, ການຊ່ວຍເຫຼືອອັນໃຫຍ່ຫລວງ, ລ້ຳຄ່າ, ສຸດອົກສຸດໃຈ ແລະ ມີປະສິດທິຜົນ ເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ໄດ້ສະຫງວນໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນຕະຫລອດໄລຍະຜ່ານມາ… ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງກະເຊົ້າດອກໄມ້ໄປອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. (ແຫຼ່ງຄັດຈາກ VOV)