ຂ່າວສານ

ສານອວຍພອນວັນຊາດ ຈີນ

      ໃນສານອວຍພອນ, ການນຳພັກ ແລະ ລັດຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດເຊິ່ງຈີນບັນລຸໄດ້ໃນໄລຍະ 71 ປີທີ່ຜ່ານມາ, ສະແດງຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກກອມມູນິດ ຈີນດ້ວຍແກ່ນສານແມ່ນທ່ານ ເລຂາທິຫານໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ປະຊາຊົນຈີນຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ຫຼາຍຢ່າງກ່ວາ ໃນພາລະກິດປະຕິຮູບເປີດປະຕູ, ສ້າງສັງຄົມນິຍົມທີ່ໂດດເດັ່ນພິເສດຂອງ ປະເທດຈີນ.

ພາບປະກອບ: TTXVN 
      ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນຊາດປະເທດ ສາທາລະນະລັດ ປະຊາຊົນ ຈີນ (1 ຕຸລາ ປີ 1949 – 1 ຕຸລາ 2020), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ສສ.ຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງສານອວຍພອນໄປຍັງທ່ານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ສປ.ຈີນ ສີຈິ້ນຜິງ, ທ່ານນາຍົກລັດຖະມົນຕີ ຫຼີເຄືອຊຽງ ແລະ ທ່ານປະທານສະພາແຫ່ງຊາດ ລີຈາງຊູ.
        ໃນສານອວຍພອນ, ການນຳພັກ ແລະ ລັດຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດເຊິ່ງຈີນບັນລຸໄດ້ໃນໄລຍະ 71 ປີທີ່ຜ່ານມາ, ສະແດງຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກກອມມູນິດ ຈີນດ້ວຍແກ່ນສານແມ່ນທ່ານ ເລຂາທິຫານໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ປະຊາຊົນຈີນຈະສືບຕໍ່ບັນລຸໄດ້ຜົນສຳເລັດອັນຍິ່ງໃຫຍ່ຫຼາຍຢ່າງກ່ວາ ໃນພາລະກິດປະຕິຮູບເປີດປະຕູ, ສ້າງສັງຄົມນິຍົມທີ່ໂດດເດັ່ນພິເສດຂອງ ປະເທດຈີນ.
        ການນຳພັກ ແລະ ລັດ ຫວຽດນາມ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນລະຫວ່າງ ຫວຽດນາມ - ຈີນຢ່າງຈົບງານປອດໄສ, ມີສະຖຽນລະພາບ, ພ້ອມກັບຈີນເພີ່ມທະວີການຮ່ວມມືຢ່າງສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂບັນດາບັນຫາຍັງຄົມຄ້າງຢ່າງສົມເຫດສົມຜົນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງສອງປະເທດພັດທະນາຢ່າງມີປະຕິບັດທິຜົນ, ໝັ້ນຄົງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ.
            ແລະກໍ່ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນສ້າງຕັ້ງ ປະເທດສາທາລະນະລັດ ປະຊາຊົນ ຈີນ  (01/10/1949 - 01/10/2020), ດ້ວຍຮູບການທາງອອນລາຍ ແລະ ຜ່ານສະຖານທູດ ຈີນ ປະຈຳ ຫວຽດນາມ, ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ກ່າວຄຳເຫັນອວຍພອນວັນຊາດປະຊາຊົນ ຈີນ.
            ໃນບົດກ່າວຄຳເຫັນ, ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຈີນ ໂດຍ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ເປັນແກ່ນສານ, ປະຊາຊົນ ຈີນ ຈະຍາດໄດ້ ໄຊຊະນະໃໝ່ຫຼາຍຢ່າງກວ່າອີກ, ສ້າງສາປະເທດ ຈີນ ໃຫ້ກາຍເປັນປະເທດ ສັງຄົມນິຍົມທັນສະໄໝ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວ ແລະ ສົດໃສສວຍງາມໂດຍໄວ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ,  ຄວາມສີວິໄລລວມຂອງພາກພຶື້ນ ແລະ ໂລກ.
            ທ່ານ ເລຮ່ວາຍຈູງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນເລື່ອງພັດທະນາການພົວພັນກັບ ຈີນ; ທ່ານ ປາດຖະໜາຢາກພ້ອມກັບ ຈີນ ປະຕິບັດຄວາມຮັບຮູ້ລວມຂັ້ນສູງໃຫ້ເປັນຢ່າງດີ, ເສີມຂະຫຍາຍຈຸດທີ່ຄ້າຍຄືກັນ ແລະ ມູນເຊື້ອມິດຕະພາບ, ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກ້ວາງ ແລະ ຍົກສູງການຮ່ວມມືໃນບັນດາຂົງເຂດຢ່າງມີປະສິດທິຜົນ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີບົນພື້ນຖານເຄົາລົບຜົນປະໂຫຍດອັນຊອບທຳຂອງກັນ, ສອດຄ່ອງກັບກົດໝາຍສາກົນ, ນຳການພົວພັນສອງປະເທດສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ຍືນຍົງ.
 (ແຫຼ່ງຄັດຈາກ VOV)
 
 


top