ຂ່າວສານ

ສານອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ

      ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານອວຍພອນມາຍັງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.
        ເນື້ອໃນສານມີຕອນຂຽນວ່າ: ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າມີຄວາມເບີກບານມ່ວນຊື່ນ ແລະ ຕີລາຄາສູງກ່ຽວກັບບັນດາຜົນງານ ແລະ ໄຊຊະນະອັນຍິ່ງໃຫຍ່, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ເຊິ່ງປະຊາຊົນ ຫວຽດນາມ ບັນລຸໄດ້ໃນທຸກຂົງເຂດໃນຕະຫລອດໄລຍະຜ່ານມາ ພາຍໃຕ້ການຊີ້ນຳນຳພາອັນສະຫລາດສ່ອງໃສ, ຖືກຕ້ອງຂອງພັກກອມມູນິດ ຫວຽດນາມ, ເປັນຕົ້ນແມ່ນບັນດາຜົນງານຢ່າງຮອບດ້ານໃນພາລະກິດປ່ຽນແປງໃໝ່ຂອງ ຫວຽດນາມ.
        ແລະກໍ່ໃນວັນດຽວກັນ, ທ່ານນາງ ສູນທອນ ໄຊຍະຈັດ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ກໍ່ໄດ້ສົ່ງສານອວຍພອນມາຍັງທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)


top